ຫວຽດນາມປະກາດການຄົ້ນຄ້ວາ​ສຳ​ເລັດ Kit ກວດພົບເຊື້ອໄວຣັດໂຄໂຣນາວ່ອງໄວໃນເວລາ 70 ນາທີ

(VOVWORLD) -ຫນ່ວຍບັນດານັກວິທະຍາສາດ ສັງກັດສະຖາບັນເຕັກໂນໂລຊີຊີວະສາດ ແລະ ເຕັກໂນໂລຊີ ອາຫານ (ມະຫາວິທະຍາໄລ ຊັບພະວິຊາຮ່າໂນ້ຍ) ຫາກໍ່ໃຫ້ຮູ້ວ່າ:

ໄດ້ຄົ້ນຄ້ວາສຳເລັດ Kit ກວດພົບເຊື້ອໄວຣັດໂຄໂຣນາວ່ອງໄວໃນເວລາ 70 ນາທີ ເປີດຄວາມຫວັງໃຫມ່ໃຫ້ວຽກງານປ້ອງກັນຄວບຄຸມໂລກລະບາດໄວຣັດ ໂຄໂຣນາສາຍພັນໃຫມ່. ຫນ່ວຍຄົ້ນຄ້ວາດັ່ງກ່າວປາດຖະຫນາຢາກ ກະຊວງສາທາລະນະສຸກ ແລະກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫນູນຊ່ວຍ ເພື່ອນຳເອົາໝາກຜົນແຫ່ງການຄົ້ນຄ້ວານີ້ເຂົ້ານຳໃຊ້ທົດລອງໃນການກວດກາຄົນເຈັບ. ຈາກນັ້ນ ນຳເຂົ້າຜະລິດທົ່ວໄປ ປະກອບສ່ວນເຂົ້າໃນການ test ໄວຣັດ ໂຄໂຮນາ ວ່ອງໄວ.

ຕອບກັບ

ຂ່າວ/ບົດ​ອື່ນ