ຫວຽດ​ນາມ​ປະ​ດິດ​ຊຸດ KIT ກ​ວດ​ເຊື້ອ​ໄວ​ຣັດ SARS-CoV-2 ສຳ​ເລັດ

(VOVWORLD) -ຕອນບ່າຍວັນທີ 3 ມີນາ, ສະຖາບັນເຕັກໂນໂລຢີ ຊີວະວິທະຍາ ສັງກັດ ສະຖາບັນ ບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ປະກາດວ່າໄດ້ປະດິດຊຸດ KITກວດເຊື້ອໄວຣັດ SARS-CoV-2 ສຳເລັດ.
ຫວຽດ​ນາມ​ປະ​ດິດ​ຊຸດ KIT ກ​ວດ​ເຊື້ອ​ໄວ​ຣັດ SARS-CoV-2 ສຳ​ເລັດ - ảnh 1 ກຸ່ມນັກຄົ້ນຄ້ວາ ຂອງສະຖາບັນເຕັກໂນໂລຢີຊີວະວິທະຍາ ປະດິດຊຸດ KIT ກວດເຊື້ອໄວຣັດ SARS-CoV-2 ສຳເລັດ (ພາບ:ສະຖາບັນ ບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ )

ຊຸດ KIT ມີຜົນພິເສດ 100%ກັບເວລາກວດເຊື້ອແມ່ນ 80 ນາທີນັບແຕ່ເມື່ອໄດ້ຮັບຕົວຢ່າງ RNA ຂອງຄົນເຈັບ. ມາຮອດຕອນບ່າຍວັນທີ 2 ມີນາ, ຊຸດ KIT ໄດ້ຮັບການທົດລອງ, ຕີລາຄາ ກ່ຽວກັບ ເວລາສະແດງຜົນໄວ ແລະ ລະດັບຜົນພິເສດໂດຍສະຖາບັນການແພດປ້ອງກັນກອງທັບ. ໝາກຜົນໄດ້ຊີ້ໃຫ້ເຫັນວ່າ ຊຸດ KIT ມີລະດັບສະແດງຜົນໄວ ແລະ ລະດັບຜົນພິເສດຄ້າຍຄືກັນກັບ ຊຸດ KIT realtime RT – PCR ຂອງອົງການອະນາໄມໂລກ.

        ຮອງສາດສະດາຈານ, ປ.ອ ຈູຮ່ວາງຮ່າ, ຫົວໜ້າສະຖາບັນເຕັກໂນໂລຢີຊີວະວິທະຍາໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ສະຖາບັນຈະສົມທົບກັບສະຖາບັນການແພດປ້ອງກັນກອງທັບ ຜະລິດຊຸດ KIT ເປັນຈຳນວນຫຼາຍເພື່ອຮັບໃຊ້ຄວາມຮຽກຮ້ອງຕ້ອງການໃນການກວດ, ວິໄຈຂະໜາດໃຫຍ່. ສະຖາບັນກໍ່ພ້ອມແລ້ວທີ່ຈະສົມທົບກັບອົງການເຈົ້າໜ້າທີ່ອື່ນເພື່ອຜັນຂະຫຍາຍ ຊຸດ Kit ກວດເຊື້ອໄວຣັດ SARS-CoV-2 ປະກອບສ່ວນຄວບຄຸມໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ