ຫວຽດນາມປະຕິບັດຈຸດໝາຍສະຫັດສະຫວັດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍເປັນຢ່າງດີ

ຫວຽດນາມປະຕິບັດຈຸດໝາຍສະຫັດສະຫວັດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍເປັນຢ່າງດີ - ảnh 1
(ທ່ານ​ນາງ​ຮອງ​ປະທານສະພາ​ແຫ່ງ​ຊາດຫວຽດນາມ ຕ່ອງ​ທິຟ໋ອງ
ຕ້ອນຮັບຜູ້​ປະສານ​ງານ​ສະຫະ​ປະຊາ​ຊາດ ປະຈຳ​ຫວຽດນາມ)


(vovworld)​ ​- ຕອນ​ບ່າຍ​ວັນ​ທີ 24/9, ຢູ່​​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານສະພາ​ແຫ່ງ​ຊາດຫວຽດນາມ ຕ່ອງ​ທິຟ໋ອງ ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ​ນາງ Pratibha Mehta, ຜູ້​ປະສານ​ງານ​ສະຫະ​ປະຊາ​ຊາດ ປະຈຳ​ຫວຽດນາມ.

   ທີ່​ການ​ຕ້ອນຮັບ, ຜູ້​ປະສານ​ງານ​ ສປຊ ປະຈຳ​ຫວຽດນາມ ທ່ານ​ນາງ Pratibha Mehta ຕີ​ລາຄາ​ສູງ​​ຄວາມມານະ​ພະຍາຍາມ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ​ຕາມ​ຈຸດໝາຍ​ສະຫັດ​ສະຫວັດຂອງ ຫວຽດນາມ. ຕາງໜ້າ​ອົງການ ສປຊ ​ແລະ ກຸ່ມ​ນັກ​ການທູດ​ປາດ​ຖະໜາ​ວ່າ: ບັນດາ​ຜູ້ນຳ​ໃນ​ສະພາ​ແຫ່ງ​ຊາດ, ລັດຖະບານ​ຫວຽດນາມ ຈະ​ສະໜັບສະໜູນ ​ແລະ ​ແບ່ງປັນບົດຮຽນ ​ເພື່ອ​ແນ​ໃສ່​ສ້າງ​ກົນ​ໄກ​ເຄື່ອນ​ໄຫວ​ສະ​ເໝີ​ພາບ​ ລະຫວ່າງ​ຍິງ-ຊາຍ​​ ໃຫ້ບັນລຸ​​ປະສິດທິ​ຜົນ​ກ່ວາ​ອີກ. ບົດຮຽນ​ຂອງຫວຽດນາມ​ໃນ​ຂົງ​ເຂດ​ນີ້​ແມ່ນ​ບົດຮຽນ ​ເພື່ອ​ໃຫ້ ສປຊ ຜັນ​ຂະຫຍາຍ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງຊາດ ຫວຽດນາມ ຕ່ອງ​ທິຟ໋ອງ ​ແລະ ຜູ້ຕາງໜ້າ​ອົງການ ສປຊ ກໍ່​​ເຫັນ​ດີເປັນ​ເອກະ​ພາບ​ຈັດ​ຕັ້ງ​ກອງ​ປະຊຸມຫົວ​ເລື່ອງສະ​ເພາະກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​​ເລື່ອງເພີ່ມ​ຈຳນວນ​ສະມາຊິກ​ຍິງ ​ໃນ​ບັນດາອົງການ​​ໂດຍປະຊາຊົນ​ເລືອກ​ຕັ້ງ.  ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມລະຫວ່າງ​ລັດຖະສະພາ​ໂລກ​ຄັ້ງ​ທີ 132 ຈະ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ​ໃນ​ຕົ້ນ​ປີ 2015 ​ ກໍ່​ຈະ​ເຕື້ອງ​ເຖິງ​ບັນຫາ​​ແມ່ຍິງ, ​ເດັກນ້ອຍ, ການລົບ​ລ້າງ​ຄວາມອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ປ້ອງ​ກັນ​ຕ້ານ HIV/AIDS, ພ້ອມ​ທັງ​ປາດ​ຖະໜາ​ວ່າ: ຜູ້ຕາງໜ້າ​ອົງການ ສປຊ ​ແລະ ກຸ່ມ​ນັກ​ການທູດ​ສືບ​ຕໍ່​ໜູນ​ຊ່ວຍ ​ຫວຽດນາມ​ ​ເພື່ອປະຕິບັດສຳ​ເລັດ​ບັນດາ​ຈຸດໝາຍ​ສະຫັດ​ສະຫວັດ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ