ຫວຽດນາມປະຕິບັດບັນດາມາດຕະການປ້ອງກັນຄວບຄຸມໂລກລະບາດໄວຣັດໂຄໂຣນາສາຍພັນໃຫມ່ຢ່າງຂ້ຽວຂາດ

(VOVWORLD) -ວັນທີ 8 ກຸມພາ ກະຊວງສາທາລະນະສຸກ ຫວຽດນາມໄດ້ຈັດກອງປະຊຸມໂດຍກົງທາງເຄື່ອຂ່າຍອິນເຕີແນດກັບ 700 ຫົວຫນ່ວຍຢູ່ບັນດາໂຮງໝໍຈາກສູນກາງ ລົງຮອດເມືອງຕ່າງໆ ເພື່ອແນະນຳວິທີປິ່ນປົວ ແລະ ປ້ອງກັນ ຄວບຄຸມໂລກລະບາດໄວຣັດ ໂຄໂຣນາ ສາຍພັນໃຫມ່.

ຫວຽດນາມປະຕິບັດບັນດາມາດຕະການປ້ອງກັນຄວບຄຸມໂລກລະບາດໄວຣັດໂຄໂຣນາສາຍພັນໃຫມ່ຢ່າງຂ້ຽວຂາດ - ảnh 1 ທ່ານ ສາດສະດາຈານ ປອ ຫງວຽນແທງລອງ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ

ພາບ:moh.gov.vn

ເຂົ້າຮ່ວມ ກອງປະຊຸມນີ້ ມີຜູ້ຕາງຫນ້າ ອົງການອະນາໄມໂລກ, ບັນດາຜູ້ຊ່ຽວຊານ, ພະນັກງານການແພດ ຢູ່ບັນດາໂຮງໝໍ, ມະຫາວິທະຍາໄລ, ຜູ້ຕາງຫນ້າຄະນະກຳມະການປະຊາຊົນ, ພະແນກສາທາລະນະສຸກ, ສູນກວດກາພະຍາດບັນດາແຂວງ, ນະຄອນ, ສຸກສາລາທ້ອງຖິ່ນຕ່າງໆ. ກ່າວຄຳເຫັນນະທີ່ນີ້ ທ່ານ ສາດສະດາຈານ ປອ ຫງວຽນແທງລອງ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ເນັ້ນຫນັກວ່າ:ການປ້ອງກັນ ຄວບຄຸມໂລກລະບາດຢູ່ຫວຽດນາມພວມໄດ້ຮັບການປະຕິບັດຢ່າງຂ້ຽວຂາດ ດ້ວຍຫລາຍມາດຕະການ ແລະ ເລືອກເຟັ້ນບັນດາວິທີການປິ່ນປົວໃຫ້ເໝາະສົມ. ໃນສະພາບການໂລກລະບາດແຜ່ລາມອອກຢ່າງວ່ອງໄວຄືປະຈຸບັນ, ມາດຕະການແຍກຕົວແມ່ນມີປະສິດທິຜົນ ເພື່ອສະກັດກັ້ນ, ຄວບຄຸມໂລກລະບາດ. ຫວຽດນາມໄດ້ສ້າງຕັ້ງລະບົບແຍກຕົວເປັນ 3 ຂອດ: ທີຫນຶ່ງ ແມ່ນແຍກຕົວບັນດາຜູ້ຖືກສົງໃສ່ວ່າຕິດເຊື້ອ ໄວຣັດ ໂຄໂຣນາສາຍພັນໃຫມ່ ຕ້ອງເຝົ້າຕິດຕາມອາການຢູ່ຮາກຖານສາທາລະນະສຸກ. ທີສອງ ແມ່ນບັນດາພົນລະເມືອງຫວຽດນາມ,ຊາວຕ່າງປະເທດໄປຜ່ານ ຫລື ມາຈາກ ແຂວງ ຮູ່ເປີຍ ກັບຄືນມາຫວຽດນາມຕ້ອງເຝົ້າຕິດຕາມອາການຢູ່ສະຖານທີ່ເຕົ້າໂຮມໂດຍຄະນະກຳມະການປະຊາຊົນ, ນະຄອນ ໄດ້ກຳນົດ. ທີສາມ ຜູ້ທີ່ຢູ່ບັນດາເຂດອື່ນໃນຈີນ ກັບມາຫວຽດນາມ ຕ້ອງແຍກຕົວເຝົ້າຕິດຕາມອາການຢູ່ຄອບຄົວ.

ປະຈຸບັນ ຫວຽດນາມ ມີ 14 ຄົນ ຖືກຕິດໄວຣັດ ໂຄໂຣນາ ສາຍພັນໃຫມ່ ສະເພາ ແຂວງ ຫວີງຟຸກ ມີ 9 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ