ຫວຽດ​ນາມ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງໃຫ້​ເປັນ​ຢ່າງ​ດີ​ກ່​ວາ

(VOVWORLD) - ຕອນບ່າຍວັນທີ 25 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ, ປະທານສະພາແຫ່ງຊາດກ່ຽວກັບການພັດທະນາແບບຍືນຍົງ ເປັນປະທານວາລະປະຊຸມທຳອິດຂອງ ສະພາ. 
ຫວຽດ​ນາມ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງໃຫ້​ເປັນ​ຢ່າງ​ດີ​ກ່​ວາ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ໄດ້ເນັ້ນໜັກວ່າ ຫວຽດນາມ ໄດ້ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຢ່າງເຂັ້ມງວດ ແລະ ປະກາດໃຊ້ບັນດາເອກະສານຢ່າງຄົບຖວ້ນໂດຍພື້ນຖານ ເພື່ອຈັດຕັ້ງປະຕິບັດບັດນາເປົ້າໝາຍພັດທະນາແບບຍືນຍົງ. ຫວຽດນາມ ມີຫຼາຍຈຸດພົ້ນເດັ່ນກ່ຽວກັບການປະຕິບັດການພັດທະນາແບບຍືນຍົງ, ບັນລຸໄດ້ບັນດາຄວາມຄືບໜ້າຫຼາຍພໍສົມຄວນ ກ່ຽວກັບການຢຸດຕິຄວາມທຸກຍາກ, ກ່ຽວກັບນ້ຳປະປາ ແລະ ຫຼັກອະນາໄມ; ກ່ຽວກັບອຸດສາຫະກຳ, ການປະດິດຄິດສ້າງ ແລະ ພື້ນຖານໂຄບງລ່າງ; ກ່ຽວກັບການປະຕິບັດຄວາມສະເໝີພາບລະຫວ່າງຍິງຊາຍໃນສັງຄົມ… ລຳດັບທົ່ວໂລກກ່ຽວກັບດັດຊະນີພັດທະນາແບບຍືນຍົງຂອງ ຫວຽດນາມ ທີ່ໄດ້ປະກາດໃນປີນີ້ ກໍ່ໄດ້ຮັບການປັບປຸງເມື່ອທຽບໃສ່ກັບປີ 2023. ທ່ານຮອງນາຍົກລັດຖະມົນຕີ ສະເໜີບັນດາກະຊວງ, ຂະແໜງການສືບຕໍ່ເປັນເສນາທິການໃຫ້ແກ່ສະພາ ໃນການຈັດຕັ້ງປະຕິບັດແຜນນະໂຍບາຍ, ຍຸດທະສາດ, ກົນໄກນະໂຍບາຍ ກ່ຽວກັບການພັດທະນາແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ເຫັນດີວ່າ ໃນປີ 2025, ຈະຈັດຕັ້ງການຕີລາຄາກາງໄລຍະປະຕິບັດແຜນການກະທຳແຫ່ງຊາດ ປະຕິບັດໂຄງການດຳເນີນງານ 2030 ຂອງ ຫວຽດນາມເພື່ອການພັດທະນາແບບຍືນຍົງ, ພ້ອມທັງເປັນເສນາທິການໃຫ້ແກ່ນາຍົກລັດຖະມົນຕີ ກ່ຽວກັບການຈັດກອງປະຊຸມທົ່ວປະເທດກ່ຽວກັບການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ