ຫວຽດ​ນາມ​ປະ​ຕິ​ບັດ​ໂຍະ​ຍານ​ການ​ແຍ​ກ​ຫ່າງ​ໃນ​ສັງ​ຄົມ​ຢ່າງ​ມີ​ວິ​ທະ​ຍາ​ສາດ

(VOVWORLD) -ທີ່ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃນຕອນເຊົ້າວັນທີ 6 ພຶດສະພາ, ບັນດາສະມາຊິກໄດ້ເຫັນດີເປັນເອກະພາບວ່າ ພຽງແຕ່ບັງຄັບໃສ່ຜ້າອັດປາກ - ດັງ ຢູ່ບັນດາຍານພາຫະນະປະຈຳທາງ ແລະ ສະຖານທີ່ສາທາລະນະເຕົ້າໂຮມກັນຫຼາຍຄົນ, ບໍ່ບັງຄັບໃສ່ຜ້າອັດປາກ - ດັງໃນຫ້ອງຮຽນ ເຊິ່ງພຽງແຕ່ໃສ່ຜ້າອັດປາກ - ດັງ ເມື່ອນັກຮຽນເລີກຫຼິ້ນ, ສຳຜັດໃກ້ກັນ.
ຫວຽດ​ນາມ​ປະ​ຕິ​ບັດ​ໂຍະ​ຍານ​ການ​ແຍ​ກ​ຫ່າງ​ໃນ​ສັງ​ຄົມ​ຢ່າງ​ມີ​ວິ​ທະ​ຍາ​ສາດ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ (ພາບ: VGP)

ຢັ້ງຢືນວ່າໂຮງຮຽນບໍ່ແມ່ນບ່ອນທີ່ມີຄວາມສ່ຽງເກີດໂລກລະບາດ Covid – 19, ບັນດານັກຊ່ຽວຊານໄດ້ຕັກເຕືອນວ່າ ຕ້ອງເອົາໃຈໃສ່ເປັນພິເສດເຖິງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢູ່ບັນດາໂຮງໝໍ, ຕະຫຼາດ, ຍານພາຫະນະປະຈຳທາງ…  ບົນພື້ນຖານຄຳເຫັນຂອງບັນດານັກຊ່ຽວຊານດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມໄດ້ຊີ້ແຈ້ງວ່າ, ເຊື້ອກໍ່ໃຫ້ເກີດພະຍາດຢູ່ພາຍໃນປະເທດ ໄດ້ຮັບການຄວບຄຸມໃຫ້ເປັນຢ່າງດີແລ້ວ ແຕ່ວ່າ ສະພາບການໂລກລະບາດ ໃນໂລກຍັງຄົງມີການຜັນແປຢ່າງສັບສົນ. ປັດຈຸບັນ, ຫຼັກການໃນການປ້ອງກັນ, ສະກັດກັ້ນໂລກລະບາດແມ່ນຕ້ອງຄວບຄຸມເຊື້ອກໍ່ໃຫ້ເກີດພະຍາດທີ່ມາຈາກຕ່າງປະເທດຢ່າງແໜ້ນແຟ້ນເພື່ອໂຍະຍານລະບຽບການພາຍໃນ.

ຕອບກັບ

ຂ່າວ/ບົດ​ອື່ນ