ຫວຽດນາມປາດຖະຫນາ ຢາກຮ່ວມມືຮອບດ້ານ ກັບອີຕາລີ

ຫວຽດນາມປາດຖະຫນາ ຢາກຮ່ວມມືຮອບດ້ານ ກັບອີຕາລີ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຕ້ອນຮັບລັດຖະມົນຕີການ
ຕ່າງປະເທດ ອີຕາລີ Giulio Terzidi Sant Agata

(vov) - ຕອນ​ບ່າຍ​ວັນ​ທີ 29/2 ຢູ່ ຮ່າ​ໂນ້ຍ, ທີ່ການ​ຕ້ອນຮັບທ່ານ Giulio Terzidi Sant Agata ລັດຖະມົນຕີ​ການ​ຕ່າງປະ​ເທດ ອີ​ຕາ​ລີ​ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ​ ປາດ​ຖະຫນາ​ວ່າ ສອງ​ຝ່າຍ​ຈະ ມານະ​ພະຍາຍາມ​ຊອກ​ຫາ​ບັນດາ​ມາດ​ຕະການ​​ເພື່ອ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ, ​ເປັນ​ຕົ້ນ​​ແມ່ນໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ສະ​ເຫ​ນີ​ໃຫ້ ອີ​ຕາ​ລີ ສະຫງວນທຶນ ODA ​ໃຫ້​​ແກ່​ຫວຽດນາມ​ໃນ​ຂົງ​ເຂດ​ບຳລຸ​ງສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊົມ​ເຊີຍ​ບັນດາ​ວິ​ສາ​ຫະກິດ​ໃຫຍ່​ຂອງ ອີ​ຕາ​ລີ​ ທີ່​ໄດ້ມາ​ຢ້ຽມຢາມ ​ແລະ ຊອກ​ຫາ​ກາລະ​ໂອກາດ​​ລົງທຶນ​ຢູ່​ ຫວຽດນາມ ​ແລະ ຢັ້ງຢືນ​ວ່າ ລັດຖະບານ​ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ອີ​ຕາ​ລີ ລົງທຶນ​ຢູ່​ຫວຽດນາມ ສຳ​ເລັດ​ຜົນ.

​ໃນ​ວັນ​ດຽວ​ກັນ, ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຟ້າ​ມບີ່​ນມີນ ​ໄດ້​ມີ​ການ​ເຈລະຈາ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີ​ຕາ​ລີ Giulio Terzidi Sant Agata, ທ່ານ​ລັດຖະມົນຕີ ຟ້າ​ມບີ່​ນມີນ ຢືນຢັນ​ ວ່າ ຍາ​ມ​ໃດ ຫວຽດນາມ ກໍ​ຖື​ບົດບາດ, ທ່ີ​ຕັ້ງ​ຂອງ ອີ​ຕາ​ລີ ຢູ່ ​ເອີ​ລົບ ​ແລະ ​ໃນ​ໂລກ​ເປັນ​ສຳຄັນ ​ແລະ ປາດ​ຖະຫນາ​ຢາກ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ ອີ​ຕາ​ລີ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ່​ນມີນ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​​ເຫັນ​ດີເປັນ​ເອກະ​ພາ​ບສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ​ຂອງ​ສອງ​ປະ​ເທດ​​​ຮ່ວມ​ສຳພັນ​ເປັນ​ຄູ່​ຮ່ວມ​ມື, ຊອກ​ຮູ້​ຕະຫລາດ, ພິ​ເສດ​​ແມ່ນໃນ​ບັນດາ​ຂົງ​ເຂດທີ່ອີ​ຕາ​ລີ ມີ​ທ່າ​ແຮງ ​ແລະ ຫວຽດນາມ​ມີ​ຄວາມ​ຕ້ອງການຄື: ພື້ນຖານ​ໂຄງ​ລ່າງ, ກົນ​ຈັກ, ສາທາລະນະ​ສຸກ, ສິ່ງ​ແວດ​ລ້ອມ, ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ຂະຫນາດ​ກາງ​ ​ແລະ ນ້ອຍ.”

        ສອງ​ຝ່າຍ​ເຫັນ​ດີ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງໆ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ລະດັບ 3 ຕື້ USD ​ໃນ​ໄລຍະ 2012 -2013. ສອງ​ຝ່າຍ​ກໍ​ແລກປ່ຽນ​ກ່ຽວ​ກັບ​ບາງ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາ​ມສົນ​ໃຈ, ຢືນຢັນ​ຄວາມ​ປາດ​ຖະຫນາ​ຢາກ​ສືບ​ຕໍ່​ປະສານ​ສົມທົບ​ກັນຢ່າງ​ແຫນ້ນ​ແຟ້ນ ​ແລະ ສະຫນັບສະຫນູນ​ເຊິ່ງກັນ ​ແລະ ກັນ ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ ​ເປັນ​ຕົ້ນ​​ແມ່ນໃນ​ຂອບ​ເຂດ​ສະຫະ​ປະຊາ​ຊາດ, ASEAN, EU, ASEM.

ຕອບກັບ

ຂ່າວ/ບົດ​ອື່ນ