ຫວຽດນາມປາດຖະຫນາຢາກASCOCIOຫນູນຊ່ວຍພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ

ຫວຽດນາມປາດຖະຫນາຢາກASCOCIOຫນູນຊ່ວຍພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢູງ
ຕ້ອນ​ຮັບທ່ານ Abdullah Kafi, ປະ​ທານ​ສະ​ຫະ​ສະ​ມາຄົມ ກອມ​ພິວ​ເຕີ ສາ​ກົນ
 ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟີກ​(photo:vov)


(vovworld)-​ ຕອນ​ບ່າຍ​ວັນ​ທີ 29/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ໄດ້​ຕ້ອນ​ຮັບ​ສ​ະ​ຫະສະ​ມາ​ຄົມ ກອມ​ພິວ​ເຕີ ສາ​ກົນ ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟີກ(ASOCIO) ແລະ ການ​ນຳ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ໃຫຍ່​ຈຳ​ນວນ​ຫນຶ່ງ​ໃນ​ພາກ​ພື້ນ ໂດຍ​ທ່ານ Abdullah Kafi, ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ດັ່ງ​ກ່າວ​ນຳ​ຫນ້າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໃຫ້​ຮູ້​ວ່າ: ລັດ​ຖະ​ບານ​ຫວຽດ​ນາມ ຖື​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ແມ່ນ​ຮູບ​ການ​ພັດ​ທະ​ນາ​ໃຫມ່ ເພື່ອ​ຍົກ​ສູງ​ສະ​ມັດ​ຕະ​ພາບ​ແຮງ​ງານ, ປະ​ສິດ​ທິ​ຜົນ​ຂອງວຽກ​ງານ ແລະ ປະ​ກອບ​ສ່ວນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ,ຂອງ​ຊາດ. ທ່ານ Abdullah Kafi ໃຫ້​ຮູ້​ວ່າ: ຫວຽດ​ນາມ ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ, ບຸກ​ທະ​ລຸ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ແລະ ແມ່ນ​ແບບ​ຢ່າງ​ໃນ​ພາກ​ພື້ນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂົງ​ເຂດນີ້. ASOCIO ປ​າດ​ຖະ​ຫນາ​ຢາກ​ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ຂົງ​ເຂດນີ້ ແລະ​ບັນ​ດາ​ວິ​ສາ​ຫະ​ກິດ​ຊັ້ນ​ນຳ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຂຶ້ນ​ກັບ​ສະ​ຫະ​ສະ​ມາ​ຄົມ ພ້ອມ​ແລ້ວ ເຂົ້າ​ຮ່ວມ​ຕະ​ຫລາດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າ​ວ​ສານ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ