ຫວຽດນາມປາດຖະຫນາຢາກບັນດາຄູ່ຮ່ວມມືສືບຕໍ່ຫນູນຊ່ວຍເພື່ອພັດທະນາແບບຍືນຍົງ

ຫວຽດນາມປາດຖະຫນາຢາກບັນດາຄູ່ຮ່ວມມືສືບຕໍ່ຫນູນຊ່ວຍເພື່ອພັດທະນາແບບຍືນຍົງ - ảnh 1
ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດທະນາ​ຫວຽດນາມ
photo:dantri.com

(vovworld)- ສ້າງການພົວພັນຄູ່ຮ່ວມມືໃຫມ່: ມຸ່ງໄປເຖິງການແກ້ງແຍ້ງ, ການເຕີບ​ໂຕ​ຮອບດ້ານ ​ແລະ ຍືນ​ຍົງ” ​ແມ່ນ​ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດທະນາ​ຫວຽດນາມ(VDPF) 2013 ຊື່​ງດຳ​ເນີນ​ໄປ​ໃນ​ວັນ​ທີ 5/12 ຢູ່ ຮ່າ​ໂນ້ຍ. ​ຜູ້​ແທນເກືອບ 300 ທ່ານ​​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື 4 ຫົວ​ເລື່ອງ​ຕົ້ນຕໍ​ຄື: ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ຫລຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ແກ່​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ; ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ພາກ​ເອກະ​ຊົນ​ເຂົ້າ​ໃນ​ກາ​ນສະຫນອງ​ບັນດາ​ບໍລິການ​ນຳ້​ສະອາດ ​ແລະ ອະນ​າ​ໄມ; ​ເພີ່ມ​ທະວີ​ປະສິດທິ​ຜົນ​ຂອງ​ລະບົບ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ​ແລະ ຍົກ​ສູງ​ລັກສະນະ​ແກ້ງ​ແຍ້​ງ.

ທີ່​ພິທີ​ໄຂ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ​ໄດ້​ແນະນຳ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ ​ໃນ 3 ປີຜ່ານມາ ​ແລະ ຈຸດໝາຍ, ການ​ກຳນົດ​ທິດ​ກ່ຽວ​ກັບ​ການ​ພັດທະນາ​ໃນ 2 ປີ​ຈະ​ມາ​ເຖິງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ:

“ຫວຽດນາມ ພວມ​ຕັ້ງຫນ້າ​ເຈລະຈາ​ສັນຍາ​ເຂດ​ປາຊີ​ຟີ​ກ(TPP), ສັນຍາ​ການ​ຄ້າ​ເສລີ(FTA) ກັບ​ອີ​ຢູ ​ແລະ ພັນ​ທະ​ມີດ​ພາສີ ກັບ​ລັດ​ເຊຍ, ​ເບ​ລາຣຸດ ​ແລະ ກາ​ຊັກ​ສະຖານ ພ້ອມ​ກັບ​ບັນດາສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍອື່ນ​ອີກ. ນີ້​ແມ່ນ​ຄວາມ​ຕັດສິນ​ໃຈ​ສ້າງ​ເສດຖະກິດການ​ຕະຫລາດ​ຂອງ​ຫວຽດນາມ​ຢ່າງ​ສົມບູນ​ແບບ ​ແລະ ​ເຊື່ອມ​​ໂຍງ​​ເຂົ້າກັ​ບ​ເສດຖະກິກ​ໂລກຢ່າງ​ເລິກ​ເຊິ່ງ ກວ້າງຂວາງ. ນີ້​ແມ່ນ​ພື້ນຖາ​ນສຳຄັນ​ເພ່ືອ​ໃຫ້​ຫວຽດນາມ ປະຕິບັດ​ບາດກ້າວ​ບຸກທະລຸ​ກ່ຽວ​ກັບ​ການ​ສ້າງ​ລະບອບ​ເສດຖະກິດ​ການ​ຕະຫລາດ, ສ້າງ​ສະພາບ​ແວດ​ລ້ອມ​ພັດທະນາ​ແຫ່ງ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ.”

 ທີ່​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ພ້ອມ​ດ້ວຍ​ລັດຖະມົນຕີ​ບາງ​ທ່ານ ​ໄດ້​ພົບ​ປະ​ສົນທະນາ​ກັບ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ກ່ຽວ​ກັບ​ບັນດາ​ບັນຫາ​ຊື່​ງ​ເຂົາ​ເຈົ້າ​ມີ​ຄວາມ​ສົນ​ໃຈ. ກ່າວ​ຄຳ​ເຫັນ​ສະຫລຸບ​ເວທີ​ປາ​ໄສ, ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ:

“​ເພື່ອ​ປະ​ຕິ​ບັດ​ບັນດາ​ຈຸດໝາຍ​ຫນ້າ​ທີ່​ວາງ​ອອກ, ຫວຽດນາມ ຈະ​ມານະ​ພະຍາຍາມ, ສູ້​ຊົນ​ດ້ວຍ​ກຳລ​ັງ​ແຮງ​ພາຍ​ໃນ​ຂອງ​ຕົນ. ຫວຽດນາມ ປາດ​ຖະຫນາ​ຢາກ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ, ບັນດາ​ນັກ​ອຸປະ​​ຖຳສືບ​ຕໍ່​ສະຫນັບສະຫນູນ​, ຊ່ວຍ​ເຫລືອ​ຫວຽດນາມ ນັບ​ທັງ​​ໃຫ້​ຄຳ​ປຶກສາ​ນະ​ໂຍບາຍ, ການ​ຫນູນ​ຊ່ວຍ​ເຕັກນິກ, ​ແຫ​ລ່ງກຳລັງ… ​ເພື່ອ​ຊ່ວຍ​ຫວຽດນາມ​ຮັກສາ​ບັນດາ​ຜົນງາ​ນທີ່​ບັນລຸ​ໄດ້​ໃນ​ຊຸມ​ປີຜ່ານມາ ພ້ອມ​ທັງ​ສືບ​ຕໍ່​ພັດທະນາ​ແບບ​ຍືນ​ຍົງ.”

ຂ່າວ/ບົດ​ອື່ນ