ຫວຽດນາມປາດຖະຫນາຢາກປັບປຸງການພົວພັນຮອບດ້ານກັບກຳປູເຈຍ

 ຫວຽດນາມປາດຖະຫນາຢາກປັບປຸງການພົວພັນຮອບດ້ານກັບກຳປູເຈຍ - ảnh 1
​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ພົບ​ປະ​ກັບ
ທ່ານ​ Samdech Krolahom Sar Kheng ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ

(vovworld)- ​ ​​ຕອນ​ບ່າຍ​ວັນ​ທີ 9/1 ຢູ່ ຮ່າ​ໂນ້ຍ, ເມື່ອ​ຕ້ອນ​ຮັບ​ທ່ານ​ Samdech Krolahom Sar Kheng ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ກຳ​ປູ​ເຈຍ ພວມ​ຢູ່​ຢ້ຽມ​ຢາມ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ: ຍາມ​ໃດ​ຫວຽດ​ນາມ ກໍ​ປາດ​ຖະ​ຫນາຢາກ​ໃຫ້​ ປະ​ເທດ​ກຳ​ປູ​ເຈຍ ມີ​ຄວາມ​ສະ​ຖຽນ​ລະ​ພາບ, ສັນ​ຕິ​ພາບ, ພັດ​ທະ​ນາ​ຖາ​ວອນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ປາດ​ຖະ​ຫນາ​ວ່າ ກຳ​ລັງ​ຕຳ​ຫລວດ​ສອງ​ປະ​ເທດ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽ​ນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຢຶດ​ໝັ້ນ​ປະ​ຕິ​ບັດ​ຫລັກ​ການບໍ່​ອະ​ນຸ​ຍາດ​ໃຫ້​ບໍ່​ວ່າ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ​ໃດ​ນຳ​ໃຊ້​ເຂດດິນ​ແດນຂອງ​ປະ​ເທດນີ້​ເພື່ອ​ທຳ​ລາຍ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບຂອງ​ປະ​ເທດ​ອື່ນ.

ສ່ວນ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ກຳ​ປູ​ເຈຍ Samdech Krolahom Sar Kheng ຖື​ວ່າ ການ​ພົວ​ພັນ​ສາ​ມັກ​ຄີ, ການ​ຮ່ວມ​ມື​ຍາວ​ນານ​ລະ​ຫວ່າງ​ສອງ​ປະ​ເທດ ນັບ​ມື້​ນັບ​ແຫນ້ນ​ແຟ້ນກວ່າ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ກຳ​ປູ​ເຈຍ Samdech Krolahom Sar Kheng ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ການ​ຊ່ວຍ​ເຫລືອ​ອັນ​ລ້ຳ​ຄ່າ​ຂອງ​ຫວຽດ​ນາມ ສຳ​ລັບ​ພາ​ລະ​ກິດ​ແຫ່ງ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ກຳ​ປູ​ເຈຍ. 


ຕອບກັບ

ຂ່າວ/ບົດ​ອື່ນ