ຫວຽດນາມປາດຖະໜາ ຢາກພ້ອມກັບສະຫະພັນລັດເຊຍ ນຳການພົວພັນ ລະຫວ່າງ 2 ປະເທດພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ

ຫວຽດນາມປາດຖະໜາ ຢາກພ້ອມກັບສະຫະພັນລັດເຊຍ ນຳການພົວພັນ ລະຫວ່າງ 2 ປະເທດພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢຸງ
ຕ້ອນຮັບ​​ເອກ​ອັກຄະ​ລັດຖະທູດ​ສະຫະພັນ​ລັດ​ເຊຍ ປະຈຳ​ຫວຽດນາມ
(ພາບ: chinhphu.vn)


(vovworld) – ຫວຽດນາມ ປາດ​ຖະໜາ​ຢາກ​ພ້ອມ​ກັບ​ສະຫະພັນ​ລັດ​ເຊຍ ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ​ນຢຸງ ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ສະຫະພັນ​ລັດ​ເຊຍ ປະຈຳ​ຫວຽດນາມ Andrei Kovtun ​ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອກາດສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່ຢູ່​ຫວຽດນາມ ​ໃນ​ວັນ​ທີ 03/12. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢຸງ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ທ່ານເອກ​ອັກຄະ​ລັດຖະທູດ Andrei Kovtun ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ, ຮອບດ້ານ​ລະຫວ່າງ 2 ປະ​ເທດຢ່າງ​ຕັ້ງໜ້າ​ໃນ​ເວລາ​ປະຕິບັດ​ງານ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີຖືວ່າ, ​ໃນ​ສະພາບ​​ໂລກມີ​ການ​ຜັນ​ແປ​ໄປ​ຫຼາຍ​ຢ່າງ, ​ແຕ່​ດ້ວຍ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ລັດ​ເຊຍ ​ໃນ​ໄລຍະ​ຜ່ານ​ມາ, ​ບໍ່​ພຽງ​ແຕ່ໄດ້​ຮັບ​ການ​ບັບປຸງ​ຢ່າງ​ແໜ້ນ​ແຟ້ນ ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຍົກ​​ຂຶ້ນ​ສູ່​ລະດັບສູງ​ໃໝ່ຄືຄູ່​ຮ່ວມ​ມື​ຍຸດທ​ະສາດ​ຮອບດ້ານ​ອີກ​ດ້ວຍ.

        ທ່ານ​ເອກ​ອັກຄະ​ລັດຖະທູດ Andrei Kovtun ຢືນຢັນ​ວ່າ, ສະຫະພັນ​ລັດ​ເຊຍ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວ​ມມື​ຍຸດ​ທະ​ສາດ, ຮອບດ້ານ​ກັບ​ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ. ທ່ານ Andrei Kovtun  ຖື​ວ່າ, ​ເລື່ອງ 2 ຝ່າຍ​ເພີ່ມ​ທະວີ​ການ​ພົບ​ປະ​ກັບຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ​ຂັ້ນຕ່າງໆ, ​ເພີ່ມ​ທະວີ​ການ​ພົວພັນແລກປ່ຽນ​ວິ​ສາ​ຫະກິດ ​ແລະ ປະຊາຊົນ; ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ກັບ​ພັນທະ​ພາບ​ພາສີ​ລັດ​ເຊຍ - ​ເບ​ລາຣຸດ - ກາ​ຣັກສຖານ ​ໃນ​ຕົ້ນ​ປີ 2015… ຈະ​ເປີດ​ກາລະ​ໂອກາດ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື​​ໃນ​ທຸກ​ຂົງ​ເຂດຢ່າງ​ໝັ້ນຄົງ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ