ຫວຽດນາມປາດຖະໜາ ເພີ່ມທະວີການຮ່ວມມືກັບລາຊະອານາຈັກ ອັງກິດ ໃນທຸກຂົງເຂດ

ຫວຽດນາມປາດຖະໜາ ເພີ່ມທະວີການຮ່ວມມືກັບລາຊະອານາຈັກ ອັງກິດ ໃນທຸກຂົງເຂດ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ
​ຕ້ອນຮັບ​ທ່ານ ​ເອກ​ອັກຄະ​ລັດຖະທູດ​ອັງກິດ Giles Lever
(ພາບ: VGP)

(vovworld)- ຕອນ​ບ່າຍ​ວັນ​ທີ 13/01, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ​ເອກ​ອັກຄະ​ລັດຖະທູດ​ອັງກິດ Giles Lever ຮັບ​ດຳລົງຕຳ​ແໜ່​ງ ປະຈຳ​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ຢືນ​ຢັນ​ວ່າ: ຫວຽດນາມ ​ຖືເປັນ​ສຳຄັນ ​ແລະ ປາດ​ຖະໜາ​ພ້ອມ​ກັບ​ອັງກິດ ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ໂຄງການ​ເຄື່ອນ​ໄຫວ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ນຳ​ມາ​ເຊິ່ງຜົນ​ປະ​​ໂຫຍ​ດລວມ​ໃຫ້​ທັງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ​ນຢຸງ ສະ​ເໜີ​ 2 ຝ່າຍຊຸກຍູ້ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ-​ການ​ທູດ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການ​ສຶກສາ-​ບຳລຸງ​ສ້າງ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບຢ່າງ​ແຮງ​ກ່ວາ​ອີກ; ສະ​ເໜີ ອັງກິດສືບ​ຕໍ່​ໜູນ​ຊ່ວຍ ODA ​ໃຫ້​ແກ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ປາດຖະໜາ​ວ່າ: ລາຊະ​ອານາຈັກ​ອັງກິດ ຈະ​ສະໜັບສະໜູນ​​ເລື່ອງ​ບັນດາ​ປະ​ເທດ​ສະມາຊິກ​ສະຫະພັນ​ເອີ​ລົບ (EU) ​ໃຫ້ສັດຕະຍາບັນສັນຍາ​ການ​ຮ່ວມ​ມື ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ-EU (PCA) ​​ແລະ ລົງ​ນາມ​ໃນ​ສັນຍາການ​ຄ້າ​ເສລີ (FTA) ລະຫວ່າງ ຫວຽດນາມ-EU ​ໂດຍ​ໄວ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ຖື​ວ່າ: ​ເລື່ອງ​ໃຫ້​ສັດຕະຍາບັນ ​ແລະ ​ລົງ​ນາມ​ໃນ​ບັນດາ​ສັນຍາ​ນີ້​ຈະ​ສ້າງ​ຂອບ​ເຂດ​ນິຕິ​ກຳ ໃໝ່ ​ແລະ ​ເງື່ອນ​ໄຂ​ສະດວກ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງຫວຽດນາມ -ອັງກິດ ​ເວົ້າ​ສະ​ເພາະ ​ແລະ ຫວຽດນາມ-EU ​ເວົ້າ​ລວມຢ່າງ​ແຮງ.

ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ອັງກິດ Giles Lever ຢືນຢັນ​ວ່າ: ລາຊະ​ອານາຈັກ​ອັງກິດ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ກໍ່​ຄື​ສະໜັບສະ ໜູນ​ວິວັດ​ການ​ພັດທະນາ ​ແລະ ວັດ​ທະນາ​ຖາວອນ​ຂອງ​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ​ອັງກິດ ​ໃຫ້​ຮູ້​ວ່າ: ລາຊະ​ອານາຈັກ​ອັງກິດ ​ໄດ້​​ໃຫ້ ສັດຕະຍາບັນ PCA ຢ່າງ​ເປັນ​ທາງ​ການ ​ແລະ ​ເນັ້ນ​ໜັກ​ວ່າ ອັງກິດ​ຈະ​ສະໜັບສະໜູນ​ເລື່ອງ EU ​ໃຫ້​ສັດຕະຍາບັນ ​ແລະ ​ເຊັນ​ສັນຍາ PCA ​ແລະ FTA ກັບ​ຫວຽດນາມ​​ໂດຍ​ໄວ. ທ່ານ​ເອກ​ອັກຄະ​ລັດຖະທູດ​ອັງກິດ Giles Lever ຊີ້​ແຈ້ງວ່າ: ລາຊະ​ອານາຈັກ​ອັງກິດ ກໍ່​ປາດ​ຖະໜາ​ຢາກຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດນາມ​ໃນ​ບັນດາ​ບັນຫາ​ທົ່ວ​ໂລກ​ຄື: ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງຂອງ​ດິນຟ້າ​ອາກາດ; ການ​ປ້ອງ​ກັນ, ຕ້ານ​ການ​ຄ້າຂາຍ​ສັດ​ປ່າ, ພືດທຳ​ມະ​ຊາດຢ່າງຜິດ​ກົດໝາຍ ​ແລະ ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ. ​ເນື້ອ​ໃນທັງ​ໝົດ​ນີ້​ 2 ຝ່າຍຈະ​ເຕື້ອງ​ເຖິງ ​ແລະ ຫັນ​ເປັນ​ລະອຽດ​ໃນ​ການ​​ເຈລະຈາ​ຍຸດ​ທະ​ສາດ​ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອັງກິດ ​ແລະ ຫວຽດນາມ ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ