ຫວຽດນາມປາດຖະໜາທະນາຄານKbank(ປະເທດໄທ)ໜູນຊ່ວຍດ້ານການເງິນ

ຫວຽດນາມປາດຖະໜາທະນາຄານKbank(ປະເທດໄທ)ໜູນຊ່ວຍດ້ານການເງິນ - ảnh 1
ທ່ານ ທີ​ຣາ​ນັນ ສີ​ຫົງ ແລະ ທ່ານ ເວືອງ​ດິ່ງ​ເຫ​້ວ 

(vovworld) - ຕອ​ນ​ບ່າຍ​ວັນ​ທີ 4/10, ຢູ່​ຮ່າ​ໂນ້ຍ, ​ໃນ​ການ​ຕ້ອນ​ຮັບທ່ານ ທີ​ຣາ​ນັນ ສີ​ຫົງ, ປະ​ທານ​ທະ​ນາ​ຄານ Kbank (ປະ​ເທດ​ໄທ), ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເວືອງ​ດິ່ງ​ເຫ​້ວ ປ​າດ​ຖະ​ໜາ​ວ່າ​ທະ​ນາ​ຄານ Kbank ​ຈະຕັ້ງ​ໜ້າ​ລົງ​ທຶນ, ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ດ້ວຍຫຼາຍ​ການ​ບໍ​ລິ​ການ​ດ​້ານ​ການ​ເງິນ​​ຢ່າງເໝາະ​ສົມ, ມີ​ຄຸນ​ນະ​ພາບ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ສະ​ເໜີ​ໃຫ້ Kbank ເຂົ້າ​ຮ່ວມ​ວິ​ວັດ​ທະ​ນາ​ການ​ແກ້​ໄຂ, ຊ​ື້​ຄືນ​ບັນ​ດາ​ທະ​ນາ​ຄານ​ອ່ອນ​ດ້ອຍ​ຂອງ ຫ​ວຽດ​ນາມ, ເຂົ້າ​ຮ່ວມ​ການ​ລົງ​ທຶນ​ເຂົ້າ​ຕະຫຼາດ​ຫຼັກ​ຊັບຫວຽດ​ນາມ.

        ສ່ວນ​ທ່ານ​ປະ​ທານ Kbank ທີ​ຣາ​ນັນ ສີ​ຫົງ ຢັ້ງ​ຢ​ືນ​ທະ​ນາ​ຄານ Kbank ຈະ​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ, ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ກາງ​ຂອງ ຫວຽດ​ນາມ, ຕັ້ງ​ໜ້າ​ຊອກ​ຫາ ແລະ ມີ​ວິ​ທ​ີ​ການລົງ​ທຶນ​​ດ້ານການ​ເງິນ​ໃນ​ຕະຫຼາດ​ຫຼັກ​ຊັບ​ ຫວຽດ​ນາມ ໂດຍ​ໄວ. 


ຂ່າວ/ບົດ​ອື່ນ