ຫວຽດນາມປາດຖະໜານຳການພົວພັນຮ່ວມມືກັບBrazilເຂົ້າສູ່ລວງເລິກ

ຫວຽດນາມປາດຖະໜານຳການພົວພັນຮ່ວມມືກັບBrazilເຂົ້າສູ່ລວງເລິກ - ảnh 1
ທ່ານ ​ຟ້າມ​ບີ່ງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ
(ພາບ: TTXVN)

 (vovworld)-​ ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ ເອກ​ອັກ​ຄະ​ລັດ​ຖະ​ທູດ Brazil ປະ​ຈຳ​ ຫວຽດ​ນາມ, ທ່ານນາງ Vitoria Alice Cleaver ເຂົ້າ​ຢ້ຽມ​ຄຳ​ນັບເນື່ອງ​ໃນ​ໂອ​ກາດ​​ສິ້ນ​ສຸດ​​ອາ​ຍຸ​ການປະ​ຕິ​ບັດ​ງານ​ຂອງ​ຕົນຢູ່ ຫວຽດ​ນາມ, ຕອນ​ບ່າຍ ວັນ​ທີ 14/08, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ​ຟ້າມ​ບີ່ງ​ມີງ ຢັ້ງ​ຢືນວ່າ ຍາມ​ໃດ ຫວຽດ​ນາມ ກໍ່​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກນຳ​ການ​ພົວ​ພັນກັບ Brazil ​ເຂົ້າ​ສູ່​ລວງ​ເລິກ, ຜ່ານ​ການຊຸກ​ຍູ້​​ແລກ​ປ່ຽນຄະ​ນະ​ຜູ້​ແທນ​ທ​ຸກ​ຂັ້​ນ, ເຈ​ລະ​ຈາລົງ​ນາມ​​ໃນບັນ​ດາ​ເອ​ກະ​ສານ​ການ​ຮ່ວມ​ມື, ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສືບ​ຕໍ່​ສົມ​ທົບກັ​ນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ ຢ່າງ​ແໜ້ນ​ແຟ້ນ.

 ​ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ Vitoria Alice Cleaver ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ຕໍ່​ໜ້າ​ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ການ​ນຳ​​ວົງ​ເງິນການ​ຄ້າ 2 ຝ່າຍ ບັນ​ລຸ​ໄດ້ 2,3 ຕື້ USD ໃນ​ປີ 2013 ແລະ ຄາດ​ວ່າ​ຈະ​ສືບ​ຕໍ່​ເພີ່ມ​​ຂຶ້ນແຮງ​ໃນ​ປີ 2014. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Brazil ຂອບ​ໃຈ​​ຕໍ່ການ​ເອົາ​ໃຈ​ໃສ່ ແລະ ໜູນ​ຊ່ວຍ ຂອງ​ລັດ​ຖະ​ບານ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ສຳ​ລັບສະ​ຖານ​ທູດ Brazil, ສະ​ແດງ​ຄວາມ​ປາດ​ຖະ​ໜາ​​ວ່າ​ໃນ​ນາມ​ສ່ວນ​ຕົວ​ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັ​ດ​ທະ​ນາ​ກາ​ນ​ພົ​ວ​ພັ​ນ​ມິດ​ຕະ​ພາບ ແລະ ຮ່ວມມ​ື ລະ​ຫວ່າງ Brazil ແລະ ຫວຽດ​ນາມ.

 


ຂ່າວ/ບົດ​ອື່ນ