ຫວຽດນາມປາດຖະໜາບັນດາຝ່າຍກ່ຽວຂ້ອງລະງັບໃຈ,ຊອກຫາມາດຕະການສັນຕິພາບຂອງຢູແກຼນແລະພາກພື້ນ

ຫວຽດນາມປາດຖະໜາບັນດາຝ່າຍກ່ຽວຂ້ອງລະງັບໃຈ,ຊອກຫາມາດຕະການສັນຕິພາບຂອງຢູແກຼນແລະພາກພື້ນ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍບີ່​ງ

(vovworld) –  ວັນ​ທີ 18/7, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບປະຕິກິລິຍາ​ຂອງ ຫວຽດນາມ ຕໍ່ໜ້າ​ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ​ໃນ​ຊຸມ​ວັນ​ມໍ່ໆ​ມາ​ນີ້, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍບີ່​ງ, ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ​ຄວາມ​ວິຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງຕໍ່ການ​ຜັນ​ແປ​ທີ່​ສັບສົນ ​ແລະ ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ພວມເພີ່ມ​ຂຶ້ນ​ຢູ່​ບັນດາ​ແຂວງ​ພາກ​ຕາ​ເວັນ​ອອກ ຢູ​ແກຼນ. ຫວຽດນາມ ປາດ​ຖະໜາ​ວ່າບັນດາ​ຝ່າຍ​ກ່ຽວຂ້ອງ​ລະງັບ​ໃຈ, ຫຼີກ​ລ້ຽງ​ບັນດາ​ການ​ກະທຳ​ທີ່​ເຮັດ​​ໃຫ້​ສະພາບ​ການສັບສົນ​ຂຶ້ນ​ຕື່ມ ​ແລະ ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ປະຊາຊົນ. ​ກ່ຽວຂ້ອງ​ເຖິງ​ສະພາບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຢູ​ແກຼນ, ພິ​ເສດ​ແມ່ນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ນັ້ນ, ກົມ​ກົງ​ສູນ, ກະຊວງ​ການ​ຕ່າງປະ​ເທດ ​ໃຫ​້ຮູ້​ວ່າ: ປະຈຸບັນມີຊາວ ຫວຽດນາມ ປະນາມ 5.000 ຄົນ​ພວມ​ດຳລົງ​ຊີວິດ, ຮຳ່ຮຽນ ​ແລະ ທຳ​ມາ​ຫາ​ກິ​ນຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ. ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ສະ​ເໜີ ​ແລະ ​ໄດ້​ຮັບ​ການ​ເຫັນ​ດີ​ຈາກອຳນາດ​ການ​ປົກຄອງ ຢູ​ແກຼນ ​ຈະ​ສົມທົບ​ກັນ​ເພື່ອຮັບປະກັນ​ຄວາມ​ປອ​ດ​ໄພ, ຄວາມ​ສະຫງົບ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ທີ່​ນີ້. ກະຊວງ​ການ​ຕ່າງປະ​ເທດ ຫວຽ​ດນາມ ກໍ່​ໄດ້​ກະກຽມ​ບັນດາ​ວິທີ​ການ​ອົບ​ປະຍົບພົນລະ​ເມືອງ​ໃນ​ກໍລະນີ​ທີ່ຈຳ​ເປັນ.


ຂ່າວ/ບົດ​ອື່ນ