ຫວຽດນາມປາດຖະໜາຢາກGoogleໜູນຊ່ວຍແລະເປີດກ້ວາງການຮ່ວມມືກັບບັນດາຄູ່ຮ່ວມມືຫວຽດນາມ

ຫວຽດນາມປາດຖະໜາຢາກGoogleໜູນຊ່ວຍແລະເປີດກ້ວາງການຮ່ວມມືກັບບັນດາຄູ່ຮ່ວມມືຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ
​ຕ້ອນຮັບ​ທ່ານ Sundar Pichai
(ພາບ: VGP/NhatBac)

(vovworld) ​ ​ ຫວຽດນາມ​ ປາດ​ຖະໜາ​ຢາກໃຫ້ Google ໜູນ​ຊ່ວຍ ​ແລະ​ ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື ຫວຽດນາມ, ນີ້​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ທີ່​ການ​ຕ້ອນຮັບ​ທ່ານ Sundar Pichai, ຜູ້ອຳນວຍການ​ໃຫຍ່​​ບໍລິຫານກຸ່ມ​ບໍລິສັດ Google (ອາ​ເມ​ລິ​ກາ), ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃນ​ວັນ​ທີ 22/12. ທ່ານ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ​ພົນລະ​ເມືອງ​ປະມານ 93 ລ້ານ​ຄົນ ​ແລະ 52% ຈຳນວນພົນລະ​ເມືອງ​ໄດ້​ຊົມ​ໃຊ້ ອິນ​ເຕີ​ແນັດ ​ແລະ ສ່ວນ​ຫລາຍ​ນຳ​ໃຊ້ Google. ພ້ອມ​ກັນນັ້ນ, ຫວຽດນາມ ມີ​ພື້ນຖານ​ເສດຖະກິດ​ຕະຫລາດ, ມີ​ການ​ພົວພັນ​ເສດຖະກິດ, ການ​ຄ້າ, ການ​ລົງທຶນກັບບັນດາ​ພື້ນຖານ​ເສດຖະກິດ​ໃນ​ໂລກ, ມີ​ນະ​ໂຍບາຍ​ສະດວກ, ສົ່ງ​ເສີມ​ພັດທະນາ​ອິນ​ເຕີ​ແນັດ ​ແລະ ຂະ​ແໜງ​ການ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ. ດັ່ງ​ນັ້ນ, ລັດຖະບານ ຫວຽດນາມ ສືບ​ຕໍ່​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ກຸ່ມ​ບໍລິສັດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ໃຫຍ່​ຂອງ​ໂລກ, ​ໃນ​ນັ້ນ​ມີ Google ລົງທຶນ, ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ຢູ່ ຫວຽດນາມ.

        ທີ່​ການ​ຕ້ອນຮັບ​ທ່ານ Sundar Pichai ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, Google ຈະ​ມີ​ບາງ​ໂຄງການ​ໜູນ​ຊ່ວຍ​ໃຫ້ ຫວຽດນາມ ຄືກໍ່​ສ້າງ​​ ນັກ​ວິສະວະກອນ, ນັກຊ່ຽວຊານ​ດ​້ານ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ປະມານ 1400 ​ຄົນ ຂອງ ຫວຽດນາມ; ​ໂຄສະນາ​ເຜີຍ​ແຜ່​ຮູບ​ພາບ​ການທ່ອງທ່ຽວ ຫວຽດນາມ.

 

ຂ່າວ/ບົດ​ອື່ນ