ຫວຽດນາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫລາຍດ້ານກັບອິດສະລາແອນ

ຫວຽດນາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫລາຍດ້ານກັບອິດສະລາແອນ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ
ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Meirav Elon Shahar

(vovworld) – ​ ຕອນ​ບ່າຍ​ວັນ​ທີ 31/10 ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Meirav Elon Shahar, ​ເອກ​ອັກຄະ​ລັດຖະທູດ ອິດສະ​ລາ​​ແອນ ປະຈຳ ຫວຽດ​ນາມ ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຕາມ​ພິທີການ​ທູດ. ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ຫລາຍ​ດ້ານ​ກັບ ອິດສະ​ລາ​​ແອນ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ສືບ​ຕໍ່​ຮ່ວມ​ມື ​ເພື່ອ​ຊຸກຍູ້​ນຳ​ການ​ພົວພັນ​ນີ້ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ປາດ​ຖະໜາ​ຈະສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ ອິດສະ​ລາ​​ແອນ ​ໃນ​ຂົງ​ເຂດ​ກະສິກຳ, ຕ້ານ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ ອິດສະ​ລາ​​ແອນ ສະໜັບສະໜູນ ຫວຽດນາມ ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ກຳ​ມະ​ການ​ບໍ່​ປະຈຳ​ການ​ຂອງ​ສະພາ​ຄວາມໝັ້ນ​ຄົງ ສະຫະ​ປະຊາ​ຊາດ ອາຍຸ​ການ​ 2020 – 2021.

        ສ່ວນ​ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ Meirav Elon Shahar ​ໃຫ້​ຮູ້​ວ່າ: ປະຈຸ​ບັນວົງ​ເງິນ​ການ​ຄ້າ 2 ປະ​ເທດ​ຫາ​ກໍ່​ບັນລຸ​ໄດ້ 2,3 ຕື້ USD ​ແລະ ຍັງ​​ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ 2 ປະ​ເທດ. ທ່ານ​ນາງ Meirav Elon Shahar ປາດ​ຖະໜາ​ວ່າ: 2 ຝ່າຍ​ຈະ​ລົງ​ນາມ​​ໃນ​ສັນຍາ​ການ​ຄ້າ​ເສລີ​ໂດຍ​ໄວ.

 

 

ຂ່າວ/ບົດ​ອື່ນ