ຫວຽດນາມປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຄູເວດ ໃນຂົງເຂດນ້ຳມັນອາຍແກດ

ຫວຽດນາມປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຄູເວດ ໃນຂົງເຂດນ້ຳມັນອາຍແກດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ກູ​ເວດ H.E. Mustafa Al – Shemali
(ພາບ: chinhphu.vn)


(vovworld) – ກ່າວຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ກະຊວງ​ນ້ຳມັນບໍ່ແຮ່​​ແຫ່ງ​ລັດ ຄູ​ເວດ H.E. Mustafa Al – Shemali ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແລະ ​ເຂົ້າຮ່ວມ​ພິທີ​ລົງມື​ກໍ່ສ້າງ​ກຸ່ມ​ບໍລິສັດກັ່ນ​ນ້ຳມັນ ງີ​ເຊີນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ນັ້ນ​ໜັກ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຖື ຄູ​ເວດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມມື​ສຳຄັນ​ດ້ານ​ເສດຖະກິດ ​ແລະ ປາດ​ຖະໜາ​ວ່າ ຈະ​ຊຸກຍູ້​ການ​ພົວພັນ​ນີ້​ໃຫ້​ຫຼາຍ​ກວ່າ​ອີກ. ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ​ດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ ລັດ ຄູ​ເວດ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​​ແຫຼ່ງທຶນ​ກູ້​ຍື່ມຜ່ານ​ກອງ​ທຶນ​ພັ​ດທະ​ນາ​ຄູ​ເວດ ​ໃຫ້​ແກ່ຫວຽດນາມ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ຂະ​ແໜງ​ນ້ຳມັນ​ອາຍ​ແກ​ດຫວຽດນາມ, ພິຈາລະນາ​ຮັບ​ຄົນ​ງານ​ຫວຽດນາມ ​ມາເຮັດ​ວຽກ​ຢູ່​ຄູ​ເວດ... ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້​ລັດຖະບານ​ຄູເວດ ສືບ​ຕໍ່​ຊີ້​ນຳ​ໜູນ​ຊ່ວຍ​ໃຫ້ບໍລິສັດ​ຮ່ວມ​ທຸລະ​ກິດ​​ກັ່ນ​ນ້ຳມັນ​ອາຍ​ແກ​ດ ງີ​ເຊີນ ຜັນ​ຂະຫຍາຍ​ການກໍ່ສ້າງຖືກ​ຕາມ​ແຜນການທີ່ໄດ້ວາງອອກເພື່ອນຳເຂົ້າເຄື່ອນໄຫວໂດຍ​ໄວ, ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ ​ແລະ ນຳ້ໃຈມິດຕະພາບລະຫວ່າງ​ຫວຽດນາມ - ຄູ​ເວດ.

        ສ່ວນ​ທ່ານ​ລັດຖະມົນຕີ H.E. Mustafa Al – Shemali ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຂົງ​ເຂດ​ພະລັງງານ, ອຸດສາຫະກຳ, ນ້ຳມັນ​ອາຍ​ແກ​ດຢ່າງ​​ແຮງ... ພ້ອມ​ທັງ​ຢືນຢັນ​ຈະ​ສ້າງ​ເງື່ອນ​ໄຂ​​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ມາ​ລົງທຶນ​ຢູ່​ຄູ​ເວດ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ຫວຽດນາມ ​ໃນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດຂອງ​ຂະ​ແໜງ​ນ້ຳມັນ​ອາຍ​ແກ​ດ.
ຂ່າວ/ບົດ​ອື່ນ