ຫວຽດນາມປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືຫຼາຍດ້ານກັບAlgeria

ຫວຽດນາມປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືຫຼາຍດ້ານກັບAlgeria - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ປະ​ທາ​ນາ​ທິ​ບໍ​ດີ Abdellaziz
Bouteflika
(ພາບ: Đức Tám/TTXVN)

(vovworld) – ໃນ​ຂອບ​ເຂດ​ການຢ​້ຽມ​ຢາມ Algeria ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 1/6 (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Algeria Abdellaziz Bouteflika. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ຍາມ​ໃດ​ກໍ່​ປາດ​ຖະ​ໜາ​ຢາກ​ປັບ​ປຸງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ກັບ Algeria, ຖືນັ້ນ​ແມ່ນ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ.

        ທ່ານ​ປະ​ທາ​ນາ​ທິບໍ​ດີ Bouteflika ຢັ້ງ​ຢືນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ ແລະ Algeria ແມ່ນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ​ອັນ​ດີ​ງາມ​ເຊິ່ງ​ທັງ 2 ຝ່າຍ​ຄວນ​ສືບ​ຕໍ່​ຮັກ​ສາ ແລະ ພັດ​ທະ​ນາ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Algeria ສະ​ໜັບ​ສະ​ໜູນຫຼັກ​ໝັ້ນ​ຂອງ ຫວຽດ​ນາມ ​ໃນ​ການແກ​້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ສະ​ຫງົບ, ປອດ​ໄພ​​ໃນການ​ເດີນ​ທະ​ເລ​ຢູ່​ພາ​ກ​ພື້ນ​ນີ້.

        ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ດຳ​ລົງ​ຊີ​ວິດ, ເຮັດ​ວຽກ​ຢູ່ Algeria ກໍ່​ຄື​​ບັນ​ດາພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ Algeria.

                                                       


ຂ່າວ/ບົດ​ອື່ນ