ຫວຽດນາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບພັກ,ລັດມາເລເຊຍ

ຫວຽດນາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບພັກ,ລັດມາເລເຊຍ - ảnh 1
ທ່ານຮອງ​ຫົວໜ້າຄະນະ​ຂົນຂວາຍ​ປະຊາຊົນສູນ​ກາງ ໂງ​ທິຢວານ​ແທງ
(ພາບ: ອິນເຕີແນັດ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 8 – 12/12, ພັກ​ອົງການ​ເອກະ​ພາບ​​ແຫ່ງ​ຊາດ ມາ​ເລ​ເຊຍ (UMNO) ​ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ປະຈຳ​ປີ​ຄັ້ງ​ທີ 69 ຢູ່​ນະຄອນຫລວງ​ ກົວ​ລາ​ລຳ​ເປີ, ມາ​ເລ​ເຊຍ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ, ທ່ານປະທານ​ພັກ UMNO ທັງ​ເປັນ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ ທ່ານ Najib Razak ຢືນຢັນ​ວ່າ: ​ແຜນ​ນະ​ໂຍບາຍ​ຂອງ ມາ​ເລ​ເຊຍ ​ແມ່ນຄວາມປອງ​ດອງ​ຊາດ, ສ້າງ​ປະ​ເທດ​ອິດສະ​ລາມ​​ໃຫ້​ມີ​ຄວາມ​ສະຫງົບ​ສຸກ, ກ່າວ​ປະນາມ​ລັດທິ​ອິດສະ​ລາມຫົວ​ຮຸນ​ແຮງ; ຖື​ເປັນ​ສຳຄັນ​ວຽກ​ງານກໍ່ສ້າງ​ລຸ້ນໜຸ່ມ ​ເຊິ​່ງ​ແມ່ນ​ອະນາຄົດ​ຂອງ​ພັກ ​ແລະ ປະ​ເທດ​ຊາດ; ມານະ​ພະຍາຍາມ​ສຳ​ເລັດ​ຄາດໝາຍ​ນຳ ມາ​ເລ​ເຊຍ ກາຍ​ເປັນ​ປະ​ເທດ​ພັດທະນາ​ໃນ​ປີ 2020. ທີ່​ກອງ​ປະຊຸມ​ໃຫຍ່​ຂອງ UMNO ມີ 33 ຄະນະ​ຜູ້​ແທນ​ບັນດາ​ພັກ​ການ​ເມືອງ​ທີ່​ມາ​ຈາກ 21 ປະ​ເທດ​ໃນ​ໂລກ​ເຂົ້າ​ຮ່ວມ. ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຫວຽດນາມ ​ໂດຍ​ທ່ານ​ນາງ​ຮອງ​ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນສູນ​ກາງ ​ ​ເປັນ​ຫົວໜ້າ​ຄະນະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່. ​ໃນ​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່, ຮອງ​ຫົວໜ້າຄະນະ​ຂົນຂວາຍ​ປະຊາຊົນສູນ​ກາງ ໂງ​ທິຢວານ​ແທງ ​​ໄດ້ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ປະທານ​ພັກ UMNO, ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Razak ​ແລະ ພົບ​ປະ​ກັບ​ເລຂາທິການ​ໃຫຍ່ UMNO ລັດຖະມົນຕີ​ຜຶນ​ແຜ່ນດິນ ມາ​ເລ​ເຊຍ ທ່ານ Binj Tengku Mansor. ທີ່​ບັນດາ​ການ​ພົບ​ປະ, ທ່ານ​ນາງ ໂງ​ທິຢວານ​ແທງ ຢືນຢັນ​ວ່າ: ພັກ, ລັດ ຫວຽດນາມ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນລະຫວ່າງ 2 ພັກ, 2 ລັດ​ກ່ວາ​ອີກ ​ແລະ ພ້ອມ​ແລ້ວ​ທີ່ຈະ​ສົມທົບ​ກັບ ມາ​ເລ​ເຊຍ​ ຢ່າງມີ​ປະສິດ​ທິ​ຜົນ ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ; ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈສ້າງ​ປະຊາ​ຄົມ ອາ​ຊຽນ ສາມັກ​​ຄ​ີ, ໝັ້ນຄົງ​ເຂັ້ມ​ແຂງ ​ແລະ ພັດທະນາຢ່າງສະໝ່ຳສະເໝີ.

 

ຂ່າວ/ບົດ​ອື່ນ