ຫວຽດນາມປາດຖະໜາເປີດກ້ວາງການຮ່ວມມືຄຸ້ມຄອງແຫຼ່ງນ້ຳກັບພາກພື້ນເອີລົບເໜືອ

ຫວຽດນາມປາດຖະໜາເປີດກ້ວາງການຮ່ວມມືຄຸ້ມຄອງແຫຼ່ງນ້ຳກັບພາກພື້ນເອີລົບເໜືອ - ảnh 1
(ພາບປະກອບ)

(vovworld) - ​ ກອງ​ປະຊຸມ​ສຳ​ມະ​ນາ​ຂັ້ນ​ສູງ “ການ​ນຳ​ໜ້າ​ຂອງ​ກຸ່ມ​ເອີ​ລົບ​ເໜືອ​ໃນ​ການ​ຄຸ້ມ​ຄອງ​ແຫຼ່ງນ້ຳ” ຫາ​ກໍ​ດຳ​ເນີນ​ຢູ່​ນະຄອນຫລວງ Helsinki ຂອງ ​ແຟງ​ລັງ. ກອງ​ປະຊຸມ​ສຳ​ມະ​ນາ​ ​ເພື່ອ​ແນ​ໃສ່​ແລກປ່ຽນ​ທັດສະນະ ​ແລະ ຊອກ​ຫາ​ບັນດາ​ມາດ​ຕະການ, ວິທີ​ການ ​ເພື່ອ​ດຳ​ເນີນ​ການ​ຮ່ວມ​ມື​ຂອງ​ກຸ່ມ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ເລດ​ທີ 6 ກ່ຽງ​ກັບ​ແຫຼ່ງນ້ຳ (SDG6) ​ໃນ​ໂຄງການ 2030 ກ່ຽວກັບ​ການ​ພັດທະນາ​ແບບ​ຍືນ​ຍົງ. ​ໃນ​ວາລະ​ປະຊຸມ​ຂັ້ນ​ສູງ​ລະຫວ່າງ​ບັນດາ​ລັດຖະມົນຕີ, ທ່ານ ບູຍວັນ​ຄວາ ​ເອກ​ອັກ​ຄະ​ລັດຖະທູດ​ ຫວຽດນາມ ປະຈຳ ​ແຟນລັງ ​ໃຫ້​ຮູ້​ວ່າ: ຫວຽດນາມ ປາດ​ຖະໜາ​ຢາກ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​. ຄຸ້ມ​ຄອງ​ແຫຼ່ງນ້ຳ​ກັບ​ບັນ​ດາ​ປະ​ເທດ ​ເອີ​ລົບ​ເໜືອ. ຫວຽດນາມ ສະ​ເໜີ​ບັນດາ​ປະ​ເທດ ​ເອີ​ລົບ​ເໜືອ ​ເພີ່ມ​ທະວີ​ການສະໜອງ​ບ້ວງສິນ​ເຊື່ອ​ບຸລິມະສິດ ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ 2 ປະ​ເທດ​ລົງທຶນ​ເຂົ້າ​​ໃນຂົງ​ເຂດສະໜອງ - ລະບາຍ​ນ້ຳ ​ແລະ ອະນາ​ໄມ​ສິ່ງ​ແວດ​ລ້ອມ, ສືບ​ຕໍ່ຖ່າຍ​ທອດ​​ເຕັກ​ໂນ​ໂລ​ຢີ ​ແລະ ບົດຮຽນ​ຈາກ​ບັນດາ​ປະ​ເທ​ດ ​ເອີ​ລົບ​ເໜືອ ​ເພື່ອ​ນຳ​ໃຊ້​​ເຂົ້າໃນ​ການບຳບັດ​ນ້ຳ​ຕາມ​ມາດຕະຖານສາກົນ ​ແລະ ກໍ່ສ້າງ ຄຸ້ມ​ຄອງ​ລະບົບ​ສະໜອງ-ລະບາຍ​ນ້ຳ​ຕົວເມືອງສະຫຼາດ.

ຂ່າວ/ບົດ​ອື່ນ