ຫວຽດນາມປາຖະໜາຢາກພັດທະນາການພົວພັນຮອບດ້ານກັບ ເບລາຣູດ

ຫວຽດນາມປາຖະໜາຢາກພັດທະນາການພົວພັນຮອບດ້ານກັບ ເບລາຣູດ - ảnh 1
ທ່ານ Vakulchik Valery Pavlovich ແລະ ທ່ານ ​ເຈິ່ນດ້າຍ​ກວາງ

(vovworld) - ຕອນ​ບ່າຍ​ວັນ​ທີ 21/10, ຢູ່ ຮ່າ​ໂນ້ຍ, ​ເມື່ອ​ຕ້ອນຮັບ​ປະທານ​ຄະນະ​ກຳມະການ​ປ້ອງ​ກັນ​ຄວາມ​ສະຫງົບ ສ.​ເບ​ລາຣູດ Vakulchik Valery Pavlovich ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຢືນຢັນ​ວ່າ, ຫວຽດນາມ​ຕັດສິນ​ໃຈ​ປັບປຸງ ​ແລະ ພັດທະນາ​ຢ່າງຮອບດ້ານ ​ເພື່ອ​ແນ​ໃສ່​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣູດ. ຫວຽດນາມ​ຈະ​ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ​ແລະ ພັນທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ ​ແລະ ຈະ​ໜູນ​ຊ່ວຍ​ບັນດາ​ສະມາຊິກ​ໃນ​ພັນທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ, ​ໃນ​ນັ້ນ​ມີ ​ເບ​ລາຣູດ ​ເປີດ​ກວ້າງ​ການ​ພົວພັນ ​ແລະ ສຳຜັດ​ກັບ​ຕະຫຼາດ ​ອາ​ຊຽນ. ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ປາຖະໜາ​ວ່າ ​ເບ​ລາຣູດ ຈະ​ໜູນ​ຊ່ວຍ ຫວຽດນາມ​ເປີດ​ກວ້າງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເອີ​ລົບ​ຕາ​ເວັນ​ອອກ.

ສ່ວນ​ທ່ານ Vakulchik Valery Pavlovich ກໍ່​ປາຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ເພື່ອ​ແນ​ໃສ່​ນຳການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ສອງ​ອົງການປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ​​ໃຫ້ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ.


ຂ່າວ/ບົດ​ອື່ນ