ຫວຽດນາມປາຖະໜາຢາກຮ່ວມມືກັບສເຊັກໂກໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ

ຫວຽດນາມປາຖະໜາຢາກຮ່ວມມືກັບສເຊັກໂກໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ - ảnh 1
(ຫວຽດນາມປາຖະໜາຢາກຮ່ວມມືກັບສເຊັກໂກ
ໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ)


(vovworld) -​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສ ​ເຊັກ​ໂກ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງສະພາ​ແຫ່ງ​ຊາດ ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 14/4 (ຕາມ​ເວລາ​ທ້ອງ​ຖີ່​ນ), ຢູ່​ນະຄອນຫຼວງ ປຣາຮາ, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດລະຫວ່າງ​ຮອງ​ຜູ້ອຳນວຍການ​ໃຫຍ່ກຸ່ມ​ບໍລິສັດ ​ໄປສະນີ ​ໂທລະ​ຄົມມະນາຄົມ ຫວຽດນາມ ​ໂຕ​ແມ້ງ​ເກື່ອງ ​ແລະ ຜູ້ອຳ​ນວຍ​ການ​ດ້ານ​ການ​ຄ້າ, ບໍລິສັດ Novicom, ສ​ເຊັກ​ໂກ.

ທີ່​ພິທີ​ລົງ​ນາມ, ທ່ານ ​ເຈືອງ​ມິ​ງຕ໋ວນ, ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​ໃຫ້​ຮູ້​ວ່າ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ໃນ​ລາຍການ​ເຮັກ​ວຽກ​ຂອງ​ຄະນະຜູ້​ແທນ​ຂັ້ນ​ສູງສະພາ​ແຫ່ງ​ຊາດ ຫວຽດນາມ ​ຢູ່ ສ​ເຊັກ​ໂກຄັ້ງ​ນີ້. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳຄັນ ​ແລະ ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ຂອງ​ກະຊວງ, ຂະ​ແໜງ​ການ​ຂອງສອງ​ປະ​ເທດ​ໃນ​ການ​ປັບປຸງ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຢ່າງ​ບໍ່​ຢຸດ​ຢັ້ງ, ຜ່ານ​ນັ້ນ​ປະກອບສ່ວນ​ປັບປຸງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​​ເຊື້ອ​ລະຫວ່າງ​ລັດຖະບານ, ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ສ​ເຊັກ​ໂກ.


ຕອບກັບ

ຂ່າວ/ບົດ​ອື່ນ