ຫວຽດນາມປ່ຽນໃຫມ່ວຽກງານຂົນຂວາຍໃນການກໍ່ສ້າງຊົນນະບົດໃຫມ່, ກໍ່ສ້າງເຂດຕົວເມືອງສີວິໄລ

ຫວຽດນາມປ່ຽນໃຫມ່ວຽກງານຂົນຂວາຍໃນການກໍ່ສ້າງຊົນນະບົດໃຫມ່, ກໍ່ສ້າງເຂດຕົວເມືອງສີວິໄລ - ảnh 1
ຊາວ​ຫນຸ່ມ​ເຂົ້າ​ຮ່ວມ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່
ພາບ​ປະ​ກອບ:internet

(vovworld)- ​​  ​ປີ 2016, ແນວ​ໂຮມ​ປະ​ເທດ​ຊາດ​ ບັນ​ດາ​ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ ໄດ້​ປະ​ຕິ​ບັດ​ວຽກ​ງານ​ເລືອກ​ຕັ້ງ, ເຕົ້າ​ໂຮມ​ຄຳ​ເຫັນ​ປະ​ກອບ​ຂອງ​ປະ​ຊາ​ຊົນ​ໃຫ້​ນັບ​ມື້​ນັບ​ທັນ​ການ, ຫລາຍ​ຮູບ​ແບບ. ວຽກ​ງານ​ສົມ​ທົບ, ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 15/12 ຢູ່ ຮ່າ​ໂນ້ຍ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ຢືນ​ຢັນ: ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ກາ​ນ​ເມືອງ ແລະ ​ການພັດ​ທະ​ນາ. ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ສະ​ພາບ​ການ​ໃຫມ່, ທ່ານ ຫງວຽນ​ທ້ຽນ​ເຍີນ ສະ​ເຫນີ : ຄວນ​ປ່ຽ​ນ​ໃຫມ່​ວຽກ​ງານ​ຂົນ​ຂວາຍ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່, ເຂດ​ຕົວ​ເມືອງ​ສີ​ວິ​ໄລ. ໃນ​ປີ 2017, ແນວ​ໂຮມ​ບັນ​ດາ​ນະ​ຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ ຕ້ອງ​ສູ້​ຊົນ​ຄອບ​ຄົວ​ທຸກ​ຍາກ​, ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍແຕ່​ລະ​ຄອບ​ຄົວຕ້ອງ​ມີອ​ົງ​ການ​ຈັດ​ຕັ້ງ​, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນຫນຶ່ງ ຫນູນ​ຊ່ວຍ​ເພື່ອ​ໃຫ້​ປະ​ຊາ​ຊົນ​ບໍ່​ຖືກ​ຕົກ​ເຂົ້າ​ສູ່​ສະ​ພາບ​ຫຍຸ້ງ​ຍາກ​ອີກ.


ຕອບກັບ

ຂ່າວ/ບົດ​ອື່ນ