ຫວຽດນາມ-ຝລັ່ງມຸ່ງເຖິງການພົວພັນຮ່ວມມືປ້ອງກັນຊາດຢ່າງມີປະສິດທິຜົນ

ຫວຽດນາມ-ຝລັ່ງມຸ່ງເຖິງການພົວພັນຮ່ວມມືປ້ອງກັນຊາດຢ່າງມີປະສິດທິຜົນ - ảnh 1
ຫວຽດນາມ - ຝລັ່ງ ມຸ່ງເຖິງການພົວພັນຮ່ວມມືປ້ອງກັນຊາດຢ່າງມີປະສິດທິຜົນ
(ພາບ: qdnd.vn)

(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ Philippe Errera, ຫົວໜ້າ​ກົມ​ໃຫຍ່​ພົວພັນ​ກັບ​ສາກົນ ​ແລະ ຍຸດ​ທະ​ສາດ, ກະຊວງ​ປ້ອງ​ກັນ​ປະ​ເທດ ຝລັ່ງ, ພົນ​ໂທ ຫງວຽນ​ຈີ໋ວິ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ​ ​ໄປ​ເຂົ້າ​ຮ່ວມ​ການ​ເຈລະຈາ​ດ້ານ​ນະ​ໂຍບາຍ​ປ້ອງ​ກັນຊາ​ດ ຫວຽດນາມ - ຝລັ່ງ ຄັ້ງ​ທຳ​ອິດ, ​ແລະ ຢ້ຽມຢາມ ສຝລັ່ງ​ແຕ່​ວັນ​ທີ 07-11/11/2016.

        ທີ່​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ປ້ອງ​ກັນຊາ​ດຫວຽດນາມ - ຝລັ່ງ, ສອງ​ຝ່າຍຖື​ວ່າ, ບົນ​ພື້ນຖານ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ (ລົງ​ນາມ​​ເມື່ອເດືອນ 11/2009) ​ແລະ ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍຢ່າງ​ມີ​ປະສິດ​ຜົນ, ການ​ພົວພັນ​ຮ່ວມ​ມື​ສືບ​ຕໍ່​ມີ​ຄວາມ​ຄືບ​ໜ້າ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ, ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ, ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ທະ​ເລ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ລົງ​ນາມ​ໃນ​ເອກະສານ​ສຳຄັນ ​ແລະ ວິ​ໄສ​ທັດ​ລວມກ່ຽວ​ກັບ​ການ​ຮ່ວມ​ມື ຫວຽດນາມ - ຝລັ່ງ ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ ​ແລະ ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ແລກປ່ຽນ ​ແລະ ພ້ອມ​ກັນ​ຮັກສາ​ຂ່າວ​ລັບ ​ ແນ​ໃສ່​ເຮັດ​ໃຫ້ການ​ພົວພັນ​ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ​ອີກ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ສືບ​ຕໍ່​ຊຸກຍູ້​ການ​ພົບ​ປະ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ; ​ເພີ່ມ​ທະວີ​ການ​ເຈລະຈາ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ, ການ​ຮ່ວມ​ມື ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​​ໃນ​ບັນດາ​ກົນ​ໄກ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ​ໃນ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ… ​ເພື່ອນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ