ຫວຽດນາມພັດທະນາlogisticsທາງທະເລແລະທາງອາກາດ

 ຫວຽດນາມພັດທະນາlogisticsທາງທະເລແລະທາງອາກາດ - ảnh 1
ທ່ານ Ousmane Dione,ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ໂລກ​ປະ​ຈຳ​ຫວຽດ​ນາມ​ກ່າ​ວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ
ພາບ:TTXVN


(vovworld)- ​​ນັບ​ແຕ່​ແຜນ​ການ​ຕະ​ຫລອດ​ຮອດ​ການ​ປະ​ຕິ​ບັດ​ການ​ເຊື່ອມ​ຕໍ່​ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ ນັ້ນ​ແມ່ນ​ຫົວ​ຂໍ້ ຊື່ງ​ຜູ້​ແທນ​ຫລາຍ​ທ່ານ​ໄດ້​ສຸມ​ໃສ່​ແລກ​ປ່ຽນ​ທີ່​ເວ​ທີ​ປາ​ໄສ Logistics ຫ​ວຽດ​ນາມ ປີ 2016. ເວ​ທີ​ປາ​ໄສ ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/11 ທີ່​ນະ​ຄອນ ໂຮ່​ຈິ​ມີນ ໂດຍ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ, ກະ​ຊວົງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ເຮັດ​ບໍ​ລິ​ການ Logistics ຫວຽດ​ນາມ ແລະ ຫນັງ​ສື​ພິມ​ເສດ​ຖະ​ກິດ​ ຫວຽດ​ນາມ ຈັດ​ຕັ້ງ.  ຫວຽດ​ນາມ ພວມ​ຢືນ​ອັນ​ດັບ 64/160 ປະ​ເທດ ກ່ຽວ​ກັບ​ລະ​ດັບ​ການ​ພັດ​ທະ​ນາ Logistics ແລະ ຢືນ​ອັນ​ດັບ 4 ໃນ​ກຸ່ມ​ບັນ​ດາ​ປະ​ເທດ ອາ​ຊຽນ. ຕາມ​ບັນ​ດາ​ຜູ້​ແທນ​ແລ້ວ, ເພື່ອ​ຫລຸດ​ຜ່ອນ​ລາຍ​ຈ່າຍ Logistics, ຫວຽດ​ນາມ ຄວນ​ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ ດ້ວຍ​ລະ​ບົບ​ປະ​ຕູ​ດຽວ​ແຫ່ງ​ຊາດ, ປ່ຽນ​ໃຫມ່​ການກວດ​ການ​ວິ​ຊາ​ສະ​ເພາະ ເພື່ອ​ຫລຸດ​ຜ່ອນ​ເວ​ລາ​ເຮັດ​ລະ​ບຽບ​ການ​ພາ​ສີ ແລະ ຫລຸດ​ຜ່ອນ​ສະ​ພາບ​ສິນ​ຄ້າ​ຖືກ​ຄ​້າງຢູ່​ບັນ​ດາ​ດ່ານ​ຊາຍ​ແດນ. 


ຕອບກັບ

ຂ່າວ/ບົດ​ອື່ນ