ຫວຽດນາມພົບເຫັນຖ້ຳພູໄຟຍາວກວ່າໝູ່ຢູ່ອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມພົບເຫັນຖ້ຳພູໄຟຍາວກວ່າໝູ່ຢູ່ອາຊີຕາເວັນອອກສ່ຽງໃຕ້ - ảnh 1
ຖ້ຳ​ພູ​ໄຟ​ຢູ່ ​ຕາ​ແສງ Buon Choah ເມືອງ Krong No
ພາບ:vov

 (vovworld)-​ ​ຕອນ​ເຊົ້າ​ວັນ​ທີ 26/12 ຢູ່ ຮ່າ​ໂນ້ຍ, ກົມ​ໃຫຍ່​ທໍ​ລະ​ນີ​ສາດ ແລະ ​ແຮ່ທາດ ຫວຽດ​ນາມ, ສະ​ຫະ​ສະ​ມາ​ຄົ​ມ​ຖ​້ຳ ຍີ່​ປຸ່ນ ແລະ ແຂວງ ດັກ​ນົງ ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ​ປະ​ກາດ​ໝາກ​ຜົນ​ການ​ສຳ​ຫລວດ​ຖ້ຳ​ພູ​ໄຟ​ຢູ່ ​ຕາ​ແສງ Buon Choah ເມືອງ Krong No ແຂວງ ດັກ​ນົງ. ທ່ານ ຫງວຽນ​ວັນ​ທວນ, ຫົວ​ຫນ້າ​ກົມ​ໃຫຍ່ ທໍ​ລະ​ນີ​ສາດ ແລະ ແຮ່​ທາດ ໃຫ້​ຮູ້​ວ່າ: ນີ້​ແມ່ນ​ຄັ້ງ​ທຳ​ອິດ​ຢູ່​ຫວຽດ​ນາມ ໄດ້​ພົບ​ເຫັນ​ລະ​ບົບ​ຖ້ຳ​ພູ​ໄຟ​ ມີ​ຄວາມ​ຍາວ​ເກືອບ ເກືອບ 25 ກິ​ໂລ​ແມັດ. ທ່ານ ເຈີ​ນ​ເຟືອງ, ຮອງ​ເລ​ຂາ​ຄະ​ນະ​ພັກ​ແຂວງ ດັກ​ນົງ ໃຫ້​ຮູ້​ວ່າ:

        “ບໍ​ລິ​ເວນ​ຖ້ຳ ພູ​ໄຟ Krong No ໄດ້​ພົບ​ເຫັນ​ເມື່ອ​ປີ 2007, ໃນ​ວິ​ວັດ​ການ​ຄົ້ນ​ຄ້​ວາ, ມາ​ຮອດ​ປະ​ຈຸ​ບັນ ພວກ​ເຮົາ​ໄດ້​ເຫັນ​ຄຸນ​ຄ່າ​ຂອງ​ຖ້ຳ​ແຫ່ງນີ້. ແຂວງ ຈະ​ມີ​ແຜນ​ຮ່າງ​ຄົ້ນ​ຄ້​ວາ, ວາງ​ແຜນ​ກຳ​ນົດ​ເພື່ອ​ສະ​ເຫນີ​ບັນ​ດາ​ອົງ​ການ​ມີ​ສິດ​ອຳ​ນາດ​ຮັບ​ຮອງ​ຖ້ຳ Krong No ແມ່ນ​ສວນ​ສາ​ທາ​ລະ​ນະ​ທໍ​ລະ​ນີ​ສາດ​ແຫ່ງ​ຊາດ.”

        ດ້ວຍ​ການ​ຊ່ວຍ​ເຫລືອ​ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ຍີ່​ປຸ່ນ, ກົມ​ໃຫຍ່ ທ​ໍ​ລະ​ນີ​ສາດ ແລະ ແຮ່​ທາດ ຈະ​ລະ​ດົມ​ບັນ​ດາ​ນັກ​ລົງ​ທຶນ​, ນັກ​ອຸ​ປະ​ຖຳ ຕື່ມ​ອີກໃຫ້​ແກ່​ວິ​ວັດ​ການ​ຄົ້ນ​ຄ​້​ວາ​ຕໍ່​ໄປ ກ່ຽວ​ກັບ​ຖ້ຳ Krong No, ກ້າວ​ໄປ​ເຖິງ​ການ​ກໍ່​ສ້າງ​ແຫ່ງນີ້​ໃຫ້​ກາຍ​ເປັນ​ສວນ​ສາ​ທາ​ລະ​ນະ​ທໍ​ລະ​ນີ​ສາດ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ