ຫວຽດນາມພວມມີທ່າໄດ້ປຽບໃນການແລກປ່ຽນການຄ້າກັບການາດາ

(VOVWORLD) -ຕາມຕົວເລກໃນເບື້ອງຕົ້ນຂອງອົງການສະຖິຕິການາດາ ແລ້ວ, ຍອດວົງເງິນແລກປ່ຽນການຄ້າລະຫວ່າງຫວຽດນາມ ແລະ ການາດາ ໃນປີ 2018 ບັນລຸປະມານ 6,4 ຕື້ USD, ເພີ່ມຂຶ້ນ 4% ເມື່ອທຽບໃສ່ປີ 2017.
ຫວຽດນາມພວມມີທ່າໄດ້ປຽບໃນການແລກປ່ຽນການຄ້າກັບການາດາ - ảnh 1 (ພາບປະກອບ: TTXVN)

ຫວຽດນາມ ສົ່ງອອກເກີນດຸນໄປຍັງການາດາ ປະມານ 3,2 ຕື້ USD; ກົງກັນຂ້າມ, ການນຳເຂົ້າຈາກການາດາ ພັດບໍ່ເຕີບໂຕ, ພຽງຢູ່ໃນລະດັບຫຼາຍກວ່າ 735 ລ້ານ USD ເທົ່ານັ້ນ. ເບິ່ງລວມແລ້ວ, ປະຈຸບັນ ຫວຽດນາມ ຍັງແມ່ນປະເທດມີທ່າໄດ້ປຽບໃນການແລກປ່ຽນການຄ້າກັບການາດາ: ມູນຄ່າການສົ່ງອອກສູງກວ່າການນຳເຂົ້າທົບ 5 ເທົ່າ.

        ສັນຍາການຄ້າຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໄດ້ຮັບຄວາມຫວັງວ່າຈະຊຸກຍູ້ການແລກປ່ຽນດ້ານການຄ້າລະຫວ່າງຫວຽດນາມ ແລະ ການາດາ. ດ້ວຍວິວັດການຫຼຸດຜ່ອນພາສີອາກອນຂອງການາດາ ລົງຢ່າງວ່ອງໄວ (ຈາກ 17 – 18% ລົງເຫຼືອ 0% ໃນຮອບເວລາ 3 ປີ), ມີບາງໝວດສິນຄ້າສົ່ງອອກຂອງຫວຽດນາມ ຈະຄາດຄະເນວ່າ ໄດ້ຮັບການເຕີບໂຕແຮງນັບແຕ່ປີ 2019 ຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເສື້ອຜ້າອາພອນ, ເກີບໜັງ, ກະເປົາ…

ຕອບກັບ

ຂ່າວ/ບົດ​ອື່ນ