ຫວຽດນາມພ້ອມກັບ Fiji ເປັນປະທານເປີດຕົວກຸ່ມເພື່ອນມິດປ້ອງກັນ,ຕ້ານການຕາຍດິກນ້ຳ

(VOVWORLD) -ວັນທີ 22 ມີນາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ, ປະເທດອາເມລິກາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ແລະ ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ Fiji ປະຈຳສະຫະປະຊາຊາດ ໄດ້ເປັນປະທານພິທີເປີດຕົວກຸ່ມເພື່ອນມິດປ້ອງກັນ, ຕ້ານການຕາຍດິກນ້ຳ.

ຫວຽດນາມພ້ອມກັບ Fiji ເປັນປະທານເປີດຕົວກຸ່ມເພື່ອນມິດປ້ອງກັນ,ຕ້ານການຕາຍດິກນ້ຳ - ảnh 1 ຫວຽດນາມພ້ອມກັບ Fiji ເປັນປະທານເປີດຕົວກຸ່ມເພື່ອນມິດປ້ອງກັນ,ຕ້ານການຕາຍດິກນ້ຳ

(ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ຖືວ່າ, ຮອດເວລາແລ້ວ ທີ່ບັນດາປະເທດຄວນສາມັກຄີກັນເພື່ອຕ້ານການຕາຍດິກນ້ຳ ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກສະຫະປະຊາຊາດ, ບັນດາອົງການຂຶ້ນກັບສະຫະປະຊາຊາດ ແລະ ບັນດາອົງການສຳນັກງານ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ເຂົ້າໃນຄວາມມານະພະຍາຍາມຕ້ານການຕາຍດິກນ້ຳ ເພື່ອແນໃສ່ຫຼຸດຜ່ອນບັນດາເຫດຕາຍດິກນ້ຳໃນທົ່ວໂລກ, ຜ່ານນັ້ນຊ່ວຍບັນລຸໄດ້ບັນດາເປົ້າໝາຍຂອງໂຄງການດຳເນີນງານພັດທະນາແບບຍືນຍົງ 2030.

        ກຸ່ມເພື່ອນມິດປ້ອງກັນ, ຕ້ານການຕາຍດິກນ້ຳ ເຊິ່ງ 6 ຄະນະຜູ້ຕາງໜ້າປະຈຳບັນດາປະເທດຢູ່ສະຫະປະຊາຊາດ ລວມມີ: ຫວຽດນາມ, Fiji, ບັງກະລາເທດ, ອຽກລັງ, ຕັງຊານີ ແລະ ໄທ ເລີ່ມຄົ້ນຄວ້າ ແລະ ຜັນຂະຫຍາຍມາແຕ່ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ