ຫວຽດນາມພ້ອມກັບບັນດາປະເທດອື່ນເພີ່ມທະວີການຮ່ວມມືຊຸກຍູ້ການທ່ອງທ່ຽວ

(VOVWORLD) - ປະທານການປະຊຸມຂ່າວ, ທ່ານ ຫງວຽນງອັກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ, ໃຫ້ຮູ້ວ່າ ກອງປະຊຸມລັດຖະມົນຕີທ່ອງທ່ຽວ ACMECS ຄັ້ງທີ 3 ແລະ ກອງປະຊຸມລັດຖະມົນຕີທ່ອງທ່ຽວ CLMV ຄັ້ງທີ 4 ໄດ້ຈັດຕັ້ງໃນວັນທີ 7 ກັນຍາ ຢູ່ນະຄອນໂຮ່ຈີມິນສຳເລັດຜົນ 

ຫວຽດນາມພ້ອມກັບບັນດາປະເທດອື່ນເພີ່ມທະວີການຮ່ວມມືຊຸກຍູ້ການທ່ອງທ່ຽວ - ảnh 1ລັດຖະມົນຕີ ຫງວຽນງອັກທ້ຽນ ເປັນປະທານກອງປະຊຸມລັດຖະມົນຕີການທ່ອງທ່ຽວ ACMECS ຄັ້ງທີ 3

(ພາບ: ສຳນັກຂ່າວສານ ຫວຽດນາມ)

ຕອນບ່າຍວັນທີ 7 ກັນຍາ, ຢູ່ນະຄອນໂຮ່ຈີມິນ, ໄດ້ດຳເນີນການປະຊຸມຂ່າວ ລາຍງານໝາກຜົນຂອງກອງປະຊຸມລັດຖະມົນຕີທ່ອງທ່ຽວ ຄັ້ງທີ 3 ຂອງບັນດາປະເທດເຂົ້າຮ່ວມຍຸດທະສາດການຮ່ວມມືເສດຖະກິດ ອາເຢຢາວະດີ - ເຈົ້າພະຍາ - ແມ່ຂອງ ( ACMECS ), ລວມມີ ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ກອງປະຊຸມລັດຖະມົນຕີທ່ອງທ່ຽວ ຄັ້ງທີ 4 ຂອງບັນດາປະເທດສະມາຊິກກົນໄກຮ່ວມມືກຳປູເຈຍ, ລາວ, ມຽນມາ, ຫວຽດນາມ ( CLMV ). ປະທານການປະຊຸມຂ່າວ, ທ່ານ ຫງວຽນງອັກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ, ໃຫ້ຮູ້ວ່າ ກອງປະຊຸມລັດຖະມົນຕີທ່ອງທ່ຽວ ACMECS ຄັ້ງທີ 3 ແລະ ກອງປະຊຸມລັດຖະມົນຕີທ່ອງທ່ຽວ CLMV ຄັ້ງທີ 4 ໄດ້ຈັດຕັ້ງໃນວັນທີ 7 ກັນຍາ ຢູ່ນະຄອນໂຮ່ຈີມິນສຳເລັດຜົນ ດ້ວຍໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ, ສະແດງອອກໃນບັນດາຖະແຫຼງການຮ່ວມ ເຊິ່ງບັນດາລັດຖະມົນຕີໄດ້ຍົກອອກມາພາຍຫຼັງສອງກອງປະຊຸມ. ທີ່ບັນດາກອງປະຊຸມ, ລັດຖະມົນຕີບັນດາປະເທດເຂົ້າຮ່ວມ ໄດ້ສຸມໃສ່ປຶກສາຫາລື, ຕີລາຄາວິວັດແຫ່ງການຮ່ວມມືພັດທະນາການທ່ອງທ່ຽວພາຍໃນເຂດ ແລະ ກຳນົດທິດຮ່ວມມືໃນໄລຍະຈະມາເຖິງ, ສຸມໃສ່ເຂົ້າບັນດາບັນຫາສ້າງຄວາມສະດວກໃນການໄປ-ມາ, ພັດທະນາແຫຼ່ງຊັບພະຍາກອນມະນຸດກ່ຽວກັບການທ່ອງທ່ຽວ, ເພີ່ມທະວີການເຂົ້າຮ່ວມຂອງກຸ່ມເອກະຊົນ ແລະ ປະຊາຄົມທ້ອງຖິ່ນ, ພັດທະນາຜະລິດຕະພັນທ່ອງທ່ຽວເປັນຫຼາຍຮູບຫຼາຍແບບ, ເພີ່ມທະວີການໂຄສະນາການທ່ອງທ່ຽວລວມ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ