ຫວຽດນາມພ້ອມແລ້ວທີ່ ຈະຕ້ອນຮັບບັນດາວິສາຫະກິດຍີ່ປຸ່ນຮ່ວມທຸລະກິດ ລົງທຶນດຳເນີນທຸລະກິດ

ຫວຽດນາມພ້ອມແລ້ວທີ່ ຈະຕ້ອນຮັບບັນດາວິສາຫະກິດຍີ່ປຸ່ນຮ່ວມທຸລະກິດ ລົງທຶນດຳເນີນທຸລະກິດ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ຕ້ອນຮັບ
​ຄະນະ​ຜູ້​ແທນ​ກະຊວງ​ກະສິກຳ, ປ່າ​ໄມ້, ການ​ປະມົງ​ ຍີ່ປຸ່ນ
(ພາບ: TTXVN)


(vovworld) – ວັນ​ທີ 21/01, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​ກະສິກຳ, ປ່າ​ໄມ້, ການ​ປະມົງ​ຍີ່ປຸ່ນ ​ໂດຍ​ທ່ານ Nishikawa Koya ​ເປັນ​ຫົວໜ້າ​ຄະນະ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຂອບ​ໃຈ​ຍີ່ປຸ່ນ​ ທີ່​ໄດ້​ໜູນ​ຊ່ວຍຫວຽດນາມ ດ້ານ​ເຕັກນິກ, ​ເຕັກ​ໂນ​ໂລ​ຊີ​ຫາ​ປາທູ​ນາ​ໃຫ້​ຊາວ​ປະມົງ​ແຂວງ​ບິ່ງ​ດິ້ງ ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດ​ສູງ. ທ່ານ​ປະທານ​ປະ​ເທດປາດ​ຖະໜາ​ວ່າ, ຍີ່ປຸ່ນ​ ສືບ​ຕໍ່​ໜູນ​ຊ່ວຍ, ມອບ​​ໂອນ​ເຕັກນິກ​ໃຫ້​ຊາວ​ປະມົງບັນດາ​ແຂວງ, ນະຄອນ​ອື່ນໆ ​​ເພື່ອ​ແນ​ໃສ່​ຂຸດ​ຄົ້ນ​ຄວາມ​ວາ​ມາດ​ບົ່ມ​ຊ້ອນ​​ໃນອາຊີບ​ຫາ​ປາທູ​ນາຂອງຫວຽດນາມ. ທ່ານ​ປະທານ​ປະ​ເທດ​ປາດ​ຖະໜາ​ວ່າ 2 ຝ່າຍ​ສືບ​ຕໍ່​ເປີດ​ກວ້າງ​ຂົງ​ເຂດ​ຮ່ວມ​ມື ນັບ​ທັງ​ການ​ປູກຕົ້ນ​ໄມ້, ລ້ຽງ​ປູກ​ສິນ​ໃນ​ນ້ຳ​ເພື່ອ​ແນ​ໃສ່​ຍົກ​ສູງ​ສະມັດ​ຕະພາບ, ຄຸນນະພາ​ບ​ໃຫ້​ແກ່​ຜະລິດ​ຕະພັນ​ຂອງ​ຫວຽດນາມ. ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ພ້ອມ​ແລ້ວ​ທີ່​ຈະ​ຕ້ອນຮັບ​ບັນດາ​ວິ​ສາ​ຫະກິດ​ຮ່ວມ​ທຸລະ​ກິດດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ. ທ່ານປະທານ​ປະ​ເທດ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄວາມດູ​ໝັ່ນ, ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ຊາວ​ຫວຽດນາມ ພ້ອມ​ກັບ​ການ​ໜູນ​ຊ່ວຍ, ມອບ​ໂອນ​ເຕັກ​ໂນ​ໂລ​ຊີ, ​ເຕັກນິກ​ຂອງ​ຍີ່ປຸ່ນ ຈະ​ສ້າງ​ບາດ​ກ້າວ​ບຸກທະລຸ​ໃໝ່​ໃນ​ຂົງ​ເຂດ​ກະສິກຳ​ຂອງ​ຫວຽດນາມ ​ເວົ້າ​ສະ​ເພາະ ​ແລະ ບັນດາ​ຂົງ​ເຂດ​ອື່ນໆ​ເວົ້າ​ລວມ.

ຂ່າວ/ບົດ​ອື່ນ