ຫວຽດນາມພ້ອມແລ້ວທີ່ຈະຕ້ອນຮັບ ແລະ ເປັນປະທານເວທີປາໄສການທ່ອງທ່ຽວ ອາຊຽນ 2019

(VOVWORLD) -ຫວຽດນາມໄດ້ຍົກອອກຂໍ້ລິເລີ່ມໃນການເຊື່ອມຕໍ່ກັບບັນດາມໍລະດົກ ອາຊຽນ ໃນຍຸກດີຈີຕອນ  ເພື່ອແນໃສ່ຫັນບັນດາຫົວຂໍ້ໃຫ້ເປັນອັນລະອຽດ, ພ້ອມກັນມຸ່ງໄປສູ່ການດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຢູ່ພາກພື້ນ ອາຊຽນ ໃຫ້ຫຼາຍຂຶ້ນ

ວັນທີ 9 ມັງກອນ, ທີ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ຈັດການຖະແຫຼງຂ່າວ ກ່ຽວກັບເວທີປາໄສການທ່ອງທ່ຽວ ອາຊຽນ (ATF) 2019. ເຊິ່ງເວທີປາໄສດັ່ງກ່າວຈະດຳເນີນແຕ່ວັນທີ 14-18 ມັງກອນ ຢູ່ ຮ້າລອງ, ແຂວງ ກວ໋າງນິງ.

         ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ເລກວາງຕຸ່ງ ໃຫ້ຮູ້ວ່າ: ຫວຽດນາມ ພິເສດກໍ່ແມ່ນແຂວງ ກວ໋າງນິງ ພ້ອມແລ້ວທີ່ຈະຕ້ອນຮັບບັນດາແຂກຖືກເຊີນ ແລະ ເປັນປະທານເວທີປາໄສການທ່ອງທ່ຽວ ອາຊຽນ 2019. ໃນເວທີປາໄສຄັ້ງນີ້, ຫວຽດນາມໄດ້ຍົກອອກຂໍ້ລິເລີ່ມໃນການເຊື່ອມຕໍ່ກັບບັນດາມໍລະດົກ ອາຊຽນ ໃນຍຸກດີຈີຕອນ  ເພື່ອແນໃສ່ຫັນບັນດາຫົວຂໍ້ໃຫ້ເປັນອັນລະອຽດ, ພ້ອມກັນມຸ່ງໄປສູ່ການດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຢູ່ພາກພື້ນ ອາຊຽນ ໃຫ້ຫຼາຍຂຶ້ນ. ບັນດາມໍລະດົກອາຊຽນ ທີ່ໄດ້ຮັບການຮັບຮອງເອົາຈາກ UNESCO ໄດ້ມີໂອກາດໃນການໂຄສະນາ, ແນະນຳ ຕື່ມອີກ …

ໃນຂອບເຂດເວທີປາໄສ ຈະມີການດຳເນີນບັນດາກອງປະຊຸມລັດຖະມົນຕີ ທ່ອງທ່ຽວ ອາຊຽນ  ແລະ  ກອງປະຊຸມລັດຖະມົນຕີ ທ່ອງທ່ຽວ ອາຊຽນ ກັບບັນດາປະເທດຄູ່ຮ່ວມມື; ປຶກສາຫາລື ແລະ ຜັນຂະຫຍາຍຍຸດທະສາດການທ່ອງທ່ຽວ ອາຊຽນ 2016 – 2025…

ຕອບກັບ

ຂ່າວ/ບົດ​ອື່ນ