ຫວຽດນາມພ້ອມແລ້ວທີ່ຈະສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ບັນດາວິສາຫະກິດເບລາຣຸດເຂົ້າມາລົງທຶນຢູ່ຫວຽດນາມ

(VOVWORLD) -ຫວຽດນາມຍາມໃດກໍຖືເປັນສຳຄັນ ແລະ ຢາກສືບຕໍ່ຮັກສາ, ເພີ່ມພູນຄູນສ້າງການພົວພັນຮ່ວມມືມິດຕະພາບແບບຍືນຍົງກັບເບລາຣຸດ
ຫວຽດນາມພ້ອມແລ້ວທີ່ຈະສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ບັນດາວິສາຫະກິດເບລາຣຸດເຂົ້າມາລົງທຶນຢູ່ຫວຽດນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີແຫ່ງ ສ ເບລາຣຸດ Vladimir Semashko ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ

ຕອນບ່າຍວັນທີ 29 ມີນາ, ທີ່ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ເບລາຣຸດ Vladimir Semashko, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນ ແລະ ຢາກສືບຕໍ່ຮັກສາ, ເພີ່ມພູນຄູນສ້າງການພົວພັນຮ່ວມມືມິດຕະພາບແບບຍືນຍົງກັບເບລາຣຸດ. ພ້ອມທັງປາດຖະໜາຢາກໃຫ້ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນຕື່ມອີກ, ພໍ່ພຽງແຕ່ຢຸດຢູ່ລະດັບກວ່າ 100 ລ້ານ ໂດລາສະຫະລັດຄືປັດຈຸບັນເທົ່ານັ້ນ ຫາກໃນຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດແມ່ນຍັງໃຫຍ່ຫຼວງຢູ່. ທ່ານນາຍົກລັດຖະມົນຕີກໍໃຫ້ຮູ້ວ່າ: ສອງຝ່າຍຄວນເພີ່ມທະວີການສະໜອງຂໍ້ມູນຂ່າວສານໃຫ້ແກ່ບັນດາວິສາຫະກິດ ເພື່ອແນະນຳກ່ຽວກັບຜະລິດຕະພັນ ແລະ ບັນດາຂົງເຂດຂອງແຕ່ລະປະເທດ ແນໃສ່ຊຸກຍູ້ຍອດວົງເງິນການຄ້າສອງຝ່າຍໃຫ້ສົມກັບຄວາມສາມາດບົ່ມຊອ້ນ. ຫວຽດນາມພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພຶ່ອໃຫ້ບັນດາວິສາຫະກິດ ເບລາຣຸດ ຮ່ວມມື, ລົງທຶນ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນ, ມີສະຖຽນລະພາບ ຍາວນານ, ຕິດພັນກັບການພັດທະນາແບບຍືນຍົງຂອງຫວຽດນາມ.

        ເມື່ອເຕື້ອງເຖິງບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ ເບລາຣຸດ ຈົ່ງສະໜັບສະໜູນຫຼັກໝັ້ນຄວາມເປັນທຳຂອງຫວຽດນາມ ແລະ ອາຊຽນ ເພື່ອແກ້ການຂໍ້ຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).



ຕອບກັບ

ຂ່າວ/ບົດ​ອື່ນ