ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ຍີ່​ປຸ່ນ​ໃນ​ການ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19

(VOVWORLD) -ຫວຽດນາມ ມີຄວາມປາດຖະໜາວ່າ ລັດຖະບານ ແລະ ບັນດາວິສາຫະກິດຍີ່ປຸ່ນ ຈະເອົາໃຈໃສ່, ສືບຕໍ່ຊຸກຍູ້ການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.
ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ຍີ່​ປຸ່ນ​ໃນ​ການ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19  - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ Umeda Kunio ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ (ພາບ: TTXVN)

        ຕອນບ່າຍວັນທີ 24 ມີນາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Umeda Kunio ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ຫວຽດນາມ, ເນື່ອງໃນໂອກາດເຂົ້າຢ້ຽມອຳລາສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຖືວ່າ: ໃນສະພາບການໂລກລະບາດໂຄວິດ - 19 ສົ່ງຜົນສະທ້ອນທາງລົບນັ້ນ, ຫວຽດນາມ ມີຄວາມປາດຖະໜາວ່າ ລັດຖະບານ ແລະ ບັນດາວິສາຫະກິດຍີ່ປຸ່ນ ຈະເອົາໃຈໃສ່, ສືບຕໍ່ຊຸກຍູ້ການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ. ລັດຖະບານຫວຽດນາມ ໄດ້ມີຫຼາຍມາດຕະການຂ້ຽວຂາດເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດນັບແຕ່ຫົວທີ ແລະ ມີອັດຕາສ່ວນຜູ້ຕິດເຊື້ອໜ້ອຍ. ນີ້ແມ່ນສິ່ງທີ່ບັນດານັກລົງທຶນຍີ່ປຸ່ນ ແລະ ບັນດາປະເທດສາມາດອຸ່ນອ່ຽນໃຈດຳເນີນທຸລະກິດແບບຍາວນານຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ກໍໃຫ້ຮູ້ວ່າ ຈະຊີ້ນຳບັນດາອົງການເຈົ້າໜ້າທີ່ຮັບຜິດຊອບຂອງຫວຽດນາມ ຕັ້ງໜ້າສົມທົບກັບສະຖານທູດ ແລະ ບັນດາອົງການເຈົ້າໜ້າທີ່ຂອງຍີ່ປຸ່ນ ເພື່ອຜັນຂະຫຍາຍໂຄງການກໍ່ສ້າງມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ສຳເລັດໂດຍໄວ; ພ້ອມທັງເຊື່ອໝັ້ນວ່າ ນີ້ຈະແມ່ນຮູບແບບການຮ່ວມມືທີ່ມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດ.

        ສ່ວນທ່ານເອກອັກຄະລັດຖະທູດ Umeda Kunio ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Abe Shinzo ຍາມໃດກໍຕີລາຄາສູງ, ຖືການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດເປັນສໍາຄັນ. ພ້ອມທັງສະແດງຄວາມເຄົາລົບຕໍ່ລັດຖະບານ ແລະ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ທີ່ໄດ້ດຳເນີນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ ແລະ ນຳມາເຊິ່ງໝາກຜົນຕັ້ງໜ້າ.


ຕອບກັບ

ຂ່າວ/ບົດ​ອື່ນ