ຫວຽດນາມພ້ອມແລ້ວທີ່ຈະເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດອາຊຽນ

ຫວຽດນາມພ້ອມແລ້ວທີ່ຈະເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດອາຊຽນ - ảnh 1
(ທ່ານ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ
​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ)

(vovworld) – ​ ​ ວັນ​ທີ 31/12/2015 ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC) ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ, ​ເຊື່ອມ​ຕໍ່​ພື້ນຖານ​ເສດຖະກິດ​ຂອງ 10 ປະ​ເທດ ອາ​ຊຽນ ດ້ວຍ​ຂອບ​ຂະໜາດ​ພົນ​ລະ​ເມືອງ​ປະມານ 630 ລ້ານ​ຄົນ ​ເຊິ່ງ​ໄດ້​ຮັບ​ການສ້າງ​ຕັ້ງ​ບົນ 4 ​ເສົາ​ຄ້ຳ​ຕົ້ນຕໍ​ແມ່ນ: ຕະຫລາດ​ໜຶ່ງດຽວ ​ແລະ ຮາກ​ຖານ​ການ​ຜະລິດ​ລວມ; ພາກ​ພື້ນ​ເສດຖະກິດ​ແກ່ງ​ແຍ້​ງ; ພັດທະນາ​ເສດຖະກິດຢ່າງ​ດຸ່ນດ່ຽງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນຖານ​ເສດຖະກິດ​ໂລກ. ນີ້​ແມ່ນ​ເຫດການ​ທີ່ມີ​ຄວາມ​ໝາຍ​ສຳຄັນ​ສຳລັບ ຫວຽດນາມ. ​ແມ່ນກາລະ​ໂອກາດ​ໃຫຍ່​ແຕ່ກໍ່​ມີ​ສິ່ງ​ທະ​ທາຍ​ຫລາຍຢ່າງ. ​​ໃນ​ລາຍການ “ປະຊາຊົນ​ຖາມ​ລັດຖະມົນຕີ​ຕອບ” ​ເມື່ອຕົ້ນ​ປີ 2016, ທ່ານ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຢືນຢັນ​ວ່າ:

        “ປີ 2016 ພວກ​ເຮົາ​ສືບ​ຕໍ່​​ແຜນ​ນະ​ໂຍບາຍ​ເພີ່ມ​ທະວີ​ຊຸກຍູ້​ການ​ພົວພັນດ້ານ​ການ​ເມືອງ ສ້າງ​ພື້ນ​ຖານ​ຊຸກຍູ້ການ​ພັດທະນາ​ເສດຖະກິດ, ການ​ຄ້າ ສົ່ງ​ເສີມ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ເຂົ້າ ຫວຽດນາມ, ຂົນຂວາຍ​ບັນດາ​ແຫຼ່ງທຶນ ODA ​ເຂົ້າ ຫວຽດນາມ ກໍ່​ຄື​ຊຸກຍູ້​ວິ​ສາ​ຫະກິດ​ຂອງພວກ​ເຮົາເປີດ​ກ້ວາງ​ຕະຫລາດ​ສົ່ງ​ອອກ​​ໄປ​ຍັງປະ​ເທດ​ຕ່າງໆ. ທີ 2 ​ແມ່ນ​ໜູນ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​​ເປີດ​ກ້ວາງ​ກາລະ​ໂອກາດ​ ​ແລະ ​ຄູ່​ຮ່ວມ​ມື ​ເພີ່ມ​ທະວີ​ການໂຄສະນາ​ກ່ຽວ​ກັບ​ປະຊາ​ຄົມ ອາ​ຊຽນ ​ແນ​ໃສ່​ແນະນ​ໃຫ້ຳ​ວິ​ສາ​ຫະກິດ, ປະຊາຊົນ​ມຸ່ງ​ໄປ​ສູ່ປະຊາ​ຄົມ​ເສດຖະກິດ​ທີ່​ພວມ​ພັດທະນາ ​ແລະ ປະຕິບັດ​ໃນ​ປີ 2016”.

        ທ່ານ ​ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກ​ລັດຖະມົນຕີ, ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ ​ເນັ້ນ​ໜັກ​ວ່າ: ​ໃນ​ປີ 2016, ກະຊວງ​ການ​ຕ່າງປະ​ເທດ ​ແລະ ອົງການ​ຕາງໜ້າ​ການ​ທູດ​ປະຈຳ​ຕ່າງປະ​ເທດ ສືບ​ຕໍ່​ຕັ້ງໜ້າ​ໜູນ​ຊ່ວຍ​​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ເປີດ​ກ້ວາງ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມືປະ​ເທດ​ຕ່າງໆ, ​ຜ່ານ​ຮູບ​ການ​ເຊື່ອມ​ຕໍ່​ຂໍ້​ມູນ​ຂ່າວ​ລະຫວ່າງ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ, ກໍ່​ຄືບັນດາ​ເວທີ​ປາ​ໄສກ່ຽວ​ກັບ​ການ​ລົງທຶນ, ຊຸກຍູ້​ການ​ຄ້າ.

ຂ່າວ/ບົດ​ອື່ນ