ຫວຽດນາມພ້ອມແລ້ວທີ່ຈະໜູນຊ່ວຍບັນດາປະເທດໃນໄລຍະຂ້າມຜ່ານພາຍຫຼັງການປະທະກັນ

(VOVWORLD) -ເປົ້າໝາຍສຸດທ້າຍຂອງຄວາມຍຸຕິທຳໃນການຂ້າມຜ່ານແມ່ນການໄກ່ເກ່ຍຄວາມປອງດອງຊາດ ແລະ ພັດທະນາແບບຍືນຍົງ

ຫວຽດນາມພ້ອມແລ້ວທີ່ຈະໜູນຊ່ວຍບັນດາປະເທດໃນໄລຍະຂ້າມຜ່ານພາຍຫຼັງການປະທະກັນ - ảnh 1 (ກອງປະຊຸມປຶກສາຫາລືເປີດ)

ວັນທີ 13 ກຸມພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມປຶກສາຫາລືເປີດ ດ້ວຍຫົວຂໍ້ວ່າ “ຄວາມຍຸຕິທຳໃນໄລຍະຂ້າມຜ່ານ: ໂຄງປະກອບສຳຄັນໃນການສ້າງພື້ນຖານສັນຕິພາບແບບຍືນຍົງ”. ກ່າວຄຳເຫັນນະທີ່ນີ້, ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕ່າງໜ້າຫວຽດນາມ ປະຈຳຢູ່ສະຫະປະຊາຊາດ ໃຫ້ຮູ້ວ່າ, ເປົ້າໝາຍສຸດທ້າຍຂອງຄວາມຍຸຕິທຳໃນການຂ້າມຜ່ານແມ່ນການໄກ່ເກ່ຍຄວາມປອງດອງຊາດ ແລະ ພັດທະນາແບບຍືນຍົງ, ສະນັ້ນຕ້ອງຄິດໄລ່ເຖິງຜົນປະໂຫຍດອັນຍາວນານຂອງປະເທດຊາດ, ຊົນຊາດ, ລົບລ້າງບັນດາສາຍເຫດຕົ້ນຕໍທີ່ພາໃຫ້ເກີດການປະທະກັນ. ຕາມທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ແລ້ວ, ວິວັດທະນາການຍຸຕິທຳໃນໄລຍະຂ້າມຜ່ານ ຕ້ອງເລີ່ມມາຈາກປະຊາຊົນ ແລະ ໂດຍປະຊາຊົນເປັນເຈົ້າ, ມີການເຂົ້າຮ່ວມຂອງປະຊາຊົນທຸກໆຄົນ; ບໍ່ຈັດວາງທຸກໆຮູບແບບບໍ່ວ່າຂອງປະເທດອື່ນໃດ; ປະຊາຄົມສາກົນອາດສາມາດໜູນຊ່ວຍເພີ່ມທະວີກຳລັງຄວາມສາມາດ, ແບ່ງປັນບົດຮຽນ…

          ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໃຫ້ຮູ້ວ່າ, ຫວຽດນາມ ມີຄວາມເຂົ້າໃຈ, ແບ່ງປັນຄວາມຫຍຸ້ງຍາກກັບບັນດາປະເທດພວມຢູ່ໃນໄລຍະຂ້າມຜ່ານພາຍຫຼັງມີການປະທະກັນ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍ, ແບ່ງປັນບົດຮຽນກັບບັນດາປະເທດໃນອາຍຸການສະພາຄວາມໝັ້ນຄົງສະຫະປະຊາຊາດ 2020 – 2021 ກໍຄືໃນບັນດາກົນໄກອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ