ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ປະ​ກອບ​ສ່ວນ​ເຂົ້າ​ໃນການ​ແກ້​ໄຂ​ການ​ປະ​ທະ​ກັນ​ລະ​ຫວ່າງ ອິ​ດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ

(VOVWORLD) -ວັນທີ 24 ມິຖຸນາ, ທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍປະຈຳເດືອນຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຫົວຂໍ້ “ສະພາບການຕາເວັນອອກກາງ, ລວມມີບັນຫາ ປາແລັດສະຕິນ”.
ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ປະ​ກອບ​ສ່ວນ​ເຂົ້າ​ໃນການ​ແກ້​ໄຂ​ການ​ປະ​ທະ​ກັນ​ລະ​ຫວ່າງ ອິ​ດ​ສະ​ລາ​ແອັນ ແລະ ປາ​ແລັດ​ສະ​ຕິນ - ảnh 1ທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ (ພາບ: TTXVN) 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງມິງຄອຍ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນວິທີການແກ້ໄຂຂອງສອງປະເທດກ່ຽວກັບການສ້າງລັດ ປາແລັດສະຕິນ ທີ່ມີນະຄອນຫຼວງ ຢູ່ ພາກຕາເວັນອອກ Jerusalem   ຄົງຕົວໃນສັນຕິພາບໄປພ້ອມກັບລັດອິດສະລາແອັນ, ໂດຍອີງໃສ່ເສັ້ນທາງຊາຍແດນທີ່ໄດ້ຮັບຮອງກ່ອນປີ 1967 ກໍ່ຄືບັນດາມະຕິທີ່ກ່ຽວຂ້ອງຂອງສະຫະປະຊາຊາດຕໍ່ບັນຫາດັ່ງກ່າວ. ທ່ານ ດັ້ງມິງຄອຍ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍເຂົ້າຮ່ວມການໂອ້ລົມສົນທະນາ ແລະ ເຈລະຈາ, ສືບຕໍ່ມານະພະຍາຍາມຊອກຫາ ວິທີການແກ້ໄຂຢ່າງຮອບດ້ານ, ຍຸຕິທຳ, ນຳມາເຊິ່ງສັນຕິພາບແບບຍືນຍົງ ແລະ ຍາວນານເພື່ອແກ້ໄຂການປະທະກັນລະຫວ່າງ ອິດສະລາແອັນ ແລະ ປາແລັດສະຕິນ. ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ທຸກໆຄວາມມານະພະຍາຍາມເພື່ອແນໃສ່ເລີ່ມຕົ້ນວິວັດທະນາການສ້າງສັນຕິພາບຢູ່ ຕາເວັນອອກກາງ ແລະ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຊຸກຍູ້ການໂອ້ລົມສົນທະນາ, ເຈລະຈາລະຫວ່າງ ອິດສະລາແອັນ ແລະ ປາແລັດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ