ຫວຽດນາມພ້ອມແລ້ວທີ່ແລກປ່ຽນ,ເຈລະຈາກັບອາເມລິກາໃນບັນດາບັນຫາ,ຂົງເຂດ

ຫວຽດນາມພ້ອມແລ້ວທີ່ແລກປ່ຽນ,ເຈລະຈາກັບອາເມລິກາໃນບັນດາບັນຫາ,ຂົງເຂດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ David Shear
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 5/8, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ David Shear, ​ເນື່ອງ​ໃນ​ໂອກາດ​ທ່ານ​ເອກ​ອັກຄະ​ລັດຖະທູດ​ສິ້ນ​ສຸດ​ອາຍຸ​ການ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຢືນຢັນ​ວ່າ: ຫວຽດນາມ ພ້ອມ​ແລ້ວ​​ທີ່​ແລກປ່ຽນ, ​​ເຈລະຈາ​ກັບ ອາ​ເມ​ລິ​ກາ ​ໃນ​ບັນດາ​ບັນຫາ, ຂົງ​ເຂດ ​ໃນ​ນັ້ນ​ມີ​ບັນຫາ​ກ່ຽວ​ກັບ​ສິດທິ​ມະນຸດ​ຕາມ​ຈິດ​ໃຈ​ເຄົາລົບ ​ແລະ ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​, ພ້ອມ​ທັງ​ຫວັງ​ວ່າ 2 ຝ່າຍຈະ​ສືບ​ຕໍ່​ຊຸກຍູ້​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ ຍ້ອນ​ວ່າ​ນີ້​ແມ່ນຂົງ​ເຂດ​ເຊິ່ງຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຍັງ​ໃຫຍ່​ຫຼວງ​ຢູ່. ​ເມື່ອ​ເຕື້ອງ​ເຖິງ​ການ​ເຈລະຈາ​ສັນຍາ​ຂ້າມ ປາຊີ​ຟິກ (TPP), ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຖື​ວ່າ​ເມື່ອ​ສັນຍາ​ໄດ້​ສຳ​ເລັດ​ຈະ​ເປີດ​ກາລະ​ໂອກາດ​ອັນ​ໃຫຍ່​ຫຼວງ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ຢາກ ອາ​ເມ​ລິ​ກາ ສະໜັບ​ສະ​ໜູນ ​ແລະ ສະຫງວນ​ຄວາມ​ໄຫວ​ພິບ​ທີ່​ຈຳ​ເປັນ​ສຳລັບ ຫວຽດນາມ​.

    ສ່ວນ​ທ່ານເອກ​ອັກຄະ​ລັດຖະທູດ David Shear ສະ​ເໜີ​​ໃຫ້ 2 ຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ, ກາ​ນຄ້າ, ການ​ລົງທຶນ, ການ​ເຈລະຈາ TPP.​.​.​ ​​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານເອກ​ອັກຄະ​ລັດຖະທູດ David Shear ຖື​ວ່າ: ​ໜຶ່ງ​ໃນ​ບັນດາ​ສາຍ​ເຫດ​ຕົ້ນ​ຕໍ​ທີ່​ກໍ່​ຂາດ​ຄວາມ​ສະຫງົບ, ປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ່​ຄື​ໄພ​ນາບ​ຂູ່​ເຖິງ​ສັນຕິພາບ, ຄວາມ​ສະຫງົບ​ຢູ່​ພາກ​ພື້ນ ​ແມ່ນເລື່ອງ​ທວງ​ເອົາ​ອະທິປະ​ໄຕ​ຕາມ “​ເສັ້ນ 9 ຕອນ” ​ໄຮ້​ເຫດຜົນ​ຂອງ ຈີນ. ທ່ານເອກ​ອັກຄະ​ລັດຖະທູດ ຢືນຢັນ​ທັດສະນະ​ຂອງ ອາ​ເມ​ລິ​ກາ ​ແມ່ນ​ສະໜັບ​ສະ​ໜູນ​ເລື່ອງ​ແກ້​ໄຂ​ບັນດາ​ການຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍສາກົນ. ທ່ານເອກ​ອັກຄະ​ລັດຖະທູດ David Shear ກໍ່​ຖື​ວ່າ: ຫວຽດນາມ ຢືດໝັ້ນ​ພ້ອມກັບ​ບັນດາ​ປະ​ເທດ ອາ​ຊຽນ ຮຽກຮ້ອງ ຈີນ ປະຕິບັດ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ, ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ (DOC), ພ້ອມ​ກັນ​ເຈລະ​ຈາ​ເພື່ອ​ມຸ່ງ​ໄປ​ເຖິງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).


ຂ່າວ/ບົດ​ອື່ນ