ຫວຽດນາມພ້ອມແລ້ວເຂົ້າຮ່ວມບັນດາການເຄື່ອນໄຫວຂອງສປຊຢ່າງຕັ້ງໜ້າແລະມີປະສິດທິຜົນ

ຫວຽດນາມພ້ອມແລ້ວເຂົ້າຮ່ວມບັນດາການເຄື່ອນໄຫວຂອງສປຊຢ່າງຕັ້ງໜ້າແລະມີປະສິດທິຜົນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​​ເຂົ້າ​ຮ່ວມ​
ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະ​ປະຊາ​ຊາດ
(ພາບ: VGP/NhatBac)

(vovworld) – ຕອນ​ບ່າຍ​ວັນ​ທີ 27/10, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ​​ໄດ້ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະ​ປະຊາ​ຊາດ (24/10/1945 – 24/10/2015). ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຢືນຢັນ​ວ່າ: ນັບ​ແຕ່​ເມື່ອ​ເຂົ້າ​ຮ່ວມ ສປຊ ​ໃນ​ປີ 1977 ຢ່າງ​ເປັນ​ທາງ​ການ, ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນບົດບາດ ​ແລະ ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ, ຮ່ວມ​ມືທີ່​ມີ​ປະສິດທິ​ຜົນ​ຂອງ ສປຊ ສຳລັບ​ພາລະກິດ​ປົກ​ປັກ​ຮັກສາ, ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດ. ຫວຽດນາມ ບືນ​ຕົວ​ຂຶ້ນ​ເພື່ອ​ກາຍ​ເປັນ​ປະ​ເທດ​ພວມ​ພັດທະນາ​ມີ​ລາຍ​ຮັບ​ປານ​ກາງ ​ແລະ ສຳ​ເລັດ​ເປົ້າ​ໝາຍ​ພັດທະນາ​ສະຫັດ​ສະ​ວັດກ່ອນ​ກຳນົດ​ເວລາ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເນັ້ນ​ໜັກ​ວ່າ:

        “ຫວຽດນາມ ​ເປັນ​ສະມາຊິກ​ທີ່​ຮັບ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ, ມີຄວາມ​ຮັບຜິດ​ຊອບ, ຫວຽດນາມ ຍາມ​ໃດ​ກໍ​ເປັນ​ເຈົ້າ​ການ ​ແລະ ມີ​ການ​ປະກອບສ່ວນ​ແທດ​ຈິງ​ຫລາຍ​ຢ່າງ ​ເຂົ້າ​​ໃນບັນດາ​ການ​ເຄື່ອນ​ໄຫວ​ຂອງ ສປຊ ດ້ວຍ​ການ​ເຂົ້າ​ຮ່ວມ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ມີ​ປະສິດ​ທິຜົນ​ກ່ວາ​​ໃນ​ຫລາຍ​ຂົງ​ເຂດ. ຫວຽດນາມ ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກບັນດາ​ປະ​ເທດ​ສະມາຊິກ​ ​ແລະ ​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​​ເປັນ​ສະມາຊິກບັນດາ​ອົງການ​ຈັດ​ຕັ້ງ​ສຳຄັນ​ຂອງ ສປຊ ສະ​ແດງ​ໃຫ້​ເຫັນ ທີ່​ຕັ້ງ, ອິດ​ທິພົນ​ຊື່​ສຽງ​ສາກົນ​ນັບ​ມື້​ນັບ​ຂຶ້ນ​ສູງ​ຂອງ ຫວຽດນາມ - ​ເປັນ​ປະ​ເທດ​ພວມ​ພັດທະນາ​ຂະຫຍັນ​ຂັນ​ເຄື່ອນ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິ​ກຊອບ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ຂອງ​ປະຊາ​ຄົ​ມ​ໂລກ, ​ເພື່​ອສັນຕິພາບ, ສະຖຽນ​ລະ​ພາບ, ວັດທະນາ​ຖາວອນ ​ແລະ ພັດທະນາ​ຢູ່​ພາກ​ພື້ນ​ກໍ​ຄື​ໃນ​ໂລກ”

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ ຫວຽດນາມ - ສປຊ ຈະ​ສືບ​ຕໍ່​ເພີ່ມ​ທະວີ ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ການຮ່ວມມື​ພັດທະນາ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ທຸກ​ບັນຫາ​ປົກ​ປັກ​ຮັກສາ​ສັນຕິພາບ, ​ແກ້​ໄຂ​ການ​ປະ​ທະ​ກັນ, ຮັບ​ປະກັນ​ຄວາມ​ສະຫງົບ, ບັນດາ​ບັນຫາ​ທົ່ວ​ໂລກ​ຄື ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເນັ້ນ​ໜັກ​ວ່າ: ພ້ອມ​ກັບການ​​ຍູ້​ແຮງການ​ພັດທະນາ​ເສດຖະກິດ, ຫວຽດນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ ​ພັດທະນາ​ວັດທະນະທຳ, ຮັບປະກັນ​ຄວາມ​ກ້າວໜ້າ, ຍຸຕິ​ທຳ​ທາງ​ສັງຄົມ, ຮັບປະກັນ​ສິດ​ປະຊາທິປະ​ໄຕ, ສິດ​ເສລີ​ຂອງ​ປະຊາຊົນ. ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ ພ້ອມກັບ​ການ​ຮ່ວມ​ມື​ຢ່າງມີ​ປະສິດທິ​ຜົນ​ຂອງ​ ສປຊ, ບັນດາ​ຄູ່​ຮ່ວມ​ມື​ພັດທະນາ, ຫວຽດນາມ ຈະ​ປະຕິບັດ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ​ໂຄງການ​ດຳ​ເນີນ​ງານ​ຮອດ​ປີ 2030 ຂອງ ສະຫະ​ປະຊາ​ຊາດ​ໃຫ້ສຳ​ເລັດ​ຜົນ.

 

ຂ່າວ/ບົດ​ອື່ນ