ຫວຽດນາມພ້ອມແລ້ວແບ່ງປັນບົດຮຽນການພັດທະນາໂທລະຄົມມະນາຄົມກັບAngola

ຫວຽດນາມພ້ອມແລ້ວແບ່ງປັນບົດຮຽນການພັດທະນາໂທລະຄົມມະນາຄົມກັບAngola - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ຕ້ອນ​ຮັບ​
ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ​ເຕັກ​ໂນ​ໂລ​ຊີ​​ຂໍ້​ມູນ​ຂ່າວ​ສານ Angola
(ພາບ: VGP)


(vovworld)- ທີ່​ການ​ຕ້ອນ​ຮັບ​ທ່ານ Jose Carvalho da Rocha, ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ​ເຕັກ​ໂນ​ໂລ​ຊີ​​ຂໍ້​ມູນ​ຂ່າວ​ສານ Angola ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 14/3 ຢູ່ ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ໄດ້​ຢືນ​ຢັນ​ວ່າ: ຫວຽດ​ນາມ ພ້ອ​ມ​ແລ້ວ ແບ່ງ​ປັນ​ບົດ​ຮຽນ​ການ​ພັດ​ທະ​ນາ​ ໂທ​ລະ​ຄົມ​ມະ​ນາ​ຄົມ ກັບ Angola ກໍ​ຄື​ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ເປີດ​ປະ​ຕູ​ຕະ​ຫລາດ, ຊຸກ​ຍູ້​ການ​ແກ່ງ​ແຍ້ງ ແລະ ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ, ໝັ້ນ​ຄົງ​ຂອງ​ຂະ​ແຫນງ ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຫນາ​ວ່າ ລັດ​ຖະ​ບານ Angola ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ປະ​ເທດນີ້. ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ Jose Carvalho da Rocha ຢືນ​ຢັນ: ຍາມ​ໃດ​ກໍ​ສະ​ຫນັບ​ສະ​ຫນູນ​ບັນ​ດາ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ເຂົ້າ​ຕະ​ຫລາດ​ໂທ​ລະ​ຄົມ​ມະ​ນາ​ຄົມ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ກໍ​ຄື​ການ​ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຢູ່ Angola.

ຂ່າວ/ບົດ​ອື່ນ