ຫວຽດນາມ-ຟີລິບປີນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ

ຫວຽດນາມ-ຟີລິບປີນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ - ảnh 1
(ພິທີ​​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມກ່ຽວ​ກັບ​ການ​ສ້າງ​ຕັ້ງ​
ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງຂອງ 2 ປະ​ເທດ)


(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​​ເຂົ້າ​ຮ່ວມສັບ​ປະດາ​ຂັ້ນ​ສູງ APEC 2015 ຢູ່​ມາ​ນີລາ, ປະ​ເທດ​ຟີ​ລິບ​ປີນ, ຕອນ​ບ່າຍ​ວັນ​ທີ 17/11, ຢູ່​ທຳ​ນຽບປະທານາທິບໍດີຟີ​ລິບ​ປີນ, ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕີ​ນຊາງ ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະ​ທານ​າທິບໍດີ​ຟີ​ລິບ​ປີນ Bennigno Aquino. ທີ່​ການ​ເຈລະຈາ,  2 ຝ່າຍ​ເຫັນ​ດີ​ນຳ​ກັນ​ສືບ​ຕໍ​່ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ກໍ​ຄື​ຂັ້ນ​ຕ່າງໆ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫ​ວສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ປີ 2016 ຢ່າງ​ສົມ​ກຽດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ 2 ປະ​ເທດ, ຮັກສາ​ບັນດາ​ກົນ​ໄກ​ຮ່ວມືທີ່​ມີ​ຢູ່​​ແລ້ວ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ ​ແລະ ​ແບ່ງປັນ​ບົດຮຽນ​ໃນ​ທຸກ​ຂົງ​ເຂດ​ເຊິ່ງ 2 ຝ່າຍ​ມີ​ທ່າ​ແຮງ​. 2 ຝ່າຍ​ໄດ້​ເຫັນ​ດີ​ຊຸ​ກຍູ້​ການ​ເພີ່ມ​ທະ​ວີ​ຄວາມ​ສາມັກຄີ ​ແລະ ຮັກສາ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ບັນດາ​ບັນຫາ​ໃຫຍ່ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ສະຫງົບປອ​ດ​ໄພ, ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ ​ແລະ ຂອງ​ພາກ​ພື້ນ.

      ພາຍຫຼັງ​ການ​ເຈ​ລະ​ຈາ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະ​ທານ​າທິບໍດີ​ຟີ​ລິບ​ປີນ Bennigno Aquino ​ໄດ້​ເປັນ​ສັກຂີ​ພິຍານພິທີ​​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງລັດຖະມົນຕີ​ການ​ຕ່າງປະ​ເທດ ຂອງ 2 ປະ​ເທດ ​ແລະ ມີ​ການ​ພົບ​ປະກັບ​ສ່ື​ມວນ​ຊົນ.

      ທ່ານ​ປະ​ທານ​າທິບໍດີ​ຟີ​ລິບ​ປີນ Bennigno Aquino ​ເນັ້ນ​ໜັກ​ວ່າ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແມ່ນ​ບ້າ​ດກ້າວ​ສຳຄັນ ​ເພື່ອ​ແນ​ໃສ່​ປັບປຸງ​ການ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ. ນີ້​ແມ່ນ​ກຳລັງ​ໜູນ​ໃໝ່​ເພ່ືອຊຸກຍູ​້ ​ແລະ ​ເຮັດ​​ໃຫ້ການ​ພົວພັນ​ຮ່ວມ​ມື​ໃນ​​ຂົງ​ເຂດ​ ​ເສດຖະກິດ, ກະສິກຳ, ການ​ປ້ອງ​ກັນຊາ​ດ, ການ​ເດີນ​ທະ​ເລ​​​ເຊິ່ງ​ແມ່ນ​ບັນດາ​ຂົງ​ເຂດ​ມີ​ຄວາມ​ໝາຍ​ສຸດ​ທະ​ສາດ​ສຳລັບ 2 ປະ​ເທດ​ເລິກ​ເຊິ່ງກວ່າ​ອີກ.

ຂ່າວ/ບົດ​ອື່ນ