ຫວຽດນາມມີຄວາມວິຕົກກັງວົນຕໍ່ການໃຊ້ຄວາມຮຸນແຮງ, ການຈຳແນກເຊື້ອຊາດຜິວພັນທີ່ຮຸນແຮງຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນຍັງສືບຕໍ່ເກີດຂຶ້ນ

(VOVWORLD) -ວັນທີ 24 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມນັດສາມັນກ່ຽວກັບສະພາບການຢູ່ເຂດຕາເວັນອອກກາງ, ລວມທັງບັນຫາ ປາແລັດສະຕິນ.
ຫວຽດນາມມີຄວາມວິຕົກກັງວົນຕໍ່ການໃຊ້ຄວາມຮຸນແຮງ, ການຈຳແນກເຊື້ອຊາດຜິວພັນທີ່ຮຸນແຮງຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນຍັງສືບຕໍ່ເກີດຂຶ້ນ - ảnh 1(ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການ ການໃຊ້ຄວາມຮຸນແຮງຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນຍັງສືບຕໍ່ເກີດຂຶ້ນ, ລວມທັງເຂດ ເຢຢູຊາແລມ ຕາເວັນອອກ, ໃນນັ້ນມີການນຳໃຊ້ກຳລັງອາວຸດເກີນຄວາມຈຳເປັນ ແລະ ສະພາບການຫົວຮຸນແຮງ, ການຈຳແນກເຊື້ອຊາດຜິວພັນ, ທ່ານເອກອັກຄະລັດຖະທູດຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງເພີ່ມທະວີຄວາມມານະພະຍາຍາມເພື່ອນຳບັນດາຝ່າຍກັບຄືນສູ່ການເຈລະຈາ ມຸ່ງໄປເຖິງມາດຕະການແກ້ໄຂ 2 ລັດ, ລວມມີການສ້າງຕັ້ງລັດ ປາແລັດສະຕິນ ດ້ວຍນະຄອນຫຼວງແມ່ນ ເຢຢູຊາແລມ ຕາເວັນອອກ, ພ້ອມກັນຄົງຕົວໂດຍສັນຕິພ້ອມກັບລັດ ອິດສະຣາແອັນ, ມີເສັ້ນຊາຍແດນທີ່ປອດໄພ ແລະ ໄດ້ຮັບການຮັບຮອງເອົາຈາກປະຊາຄົມສາກົນ ບົນພື້ນຖານບັນດາເສັ້ນກຳນົດຊາຍແດນກ່ອນປີ 1967, ສອດຄ່ອງກັບກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະຫະປະຊາຊາດ.

        ກ່ຽວກັບບັນຫາມະນຸດສະທຳ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ສະໜັບສະໜູນຄຳຮຽກຮ້ອງດັ່ງກ່າວຂອງສະຫະປະຊາຊາດ ແລະ ບັນດາການກະທຳຮັບມືຢ່າງຮີບດ່ວນຕ່າງໆ ໂດຍອົງການກູ້ຊ່ວຍຜູ້ລີ້ໄພ ປາແລັດສະຕິນ ຂອງສະຫະປະຊາຊາດ ປະຕິບັດຢູ່ເຂດ ກາຊາ ແລະ ເຂດຕາເວັນຕົກແມ່ນ້ຳຈໍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ