ຫວຽດນາມມີຄວາມວິຕົກກັງວົນຕໍ່ບັນດາການກະທຳກໍ່ການຮ້າຍຂອງ Boko Haram

ຫວຽດນາມມີຄວາມວິຕົກກັງວົນຕໍ່ບັນດາການກະທຳກໍ່ການຮ້າຍຂອງ Boko Haram - ảnh 1
(ຫວຽດນາມ ມີຄວາມວິຕົກກັງວົນ
ຕໍ່ບັນດາການກະທຳກໍ່ການຮ້າຍຂອງ Boko Haram)


(vovworld) – ວັນ​ທີ 01/04, ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ພິ​ເສດກ່ຽວ​ກັບ “ບັນດາ​ການລະ​ເມີດ​ສິດທິ​ມະນຸດ​​ໂດຍກຸ່ມ​ກໍ່​ການ​ຮ້າຍ Boko Haram ກໍ່​ຂຶ້ນ” ຕາມ​ຄວາມ​ຮຽກຮ້ອງ​ຂອງ 20 ປະ​ເທດ​ສະມາຊິກ ​ແລະ ນັກ​ສັງ​ເກດ​ການສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ. ທີ່​ກອງ​ປະຊຸມ, ມີ​ສະມາຊິກ​ ​ແລະ ນັກ​ສັງ​ເກດ​ການຂອງສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດກວ່າ 70 ຄົນ ​ໄດ້ກ່າວ​ປະນາມ​ການ​ກະທຳ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ Boko Haram, ທີ່​ໄດ້​ລະ​ເມີດ​ສິດ​ຂອງ​ແມ່ນ​ຍິງ ​ແລະ ​ເດັກນ້ອຍຢ່າງ​ຮ້າຍ​ແຮງ, ​ໃນ​ຂອບ​​ເຂດກວ້າງ​ໃຫຍ່ ​ແລະ ​ເປັນ​ລະບົບ​​. ບັນດາ​ປະ​ເທດສະ​ແດງ​​ຄວາມ​ສາມັກຄີ ​ແລະ ການສະໜັບສະໜູນບັນດາ​ປະ​ເທດ​ກ່ຽວຂ້ອງ, ພ້ອມ​ກັບພັນ​ທະ​ມິດ​ອາ​ຟະ​ລິ​ກາ ​ແລະ ບັນດາ​ອົງການ​ຂອງ​ສະຫະ​ປະຊາ​ຊາດ ມີ​ການ​​ເຄື່ອນ​ໄຫວ​ທີ່​ເໝາະ​ສົມ​ເພື່ອ​ສະກັດ​ກັ້ນ​ກຸ່ມ​ກໍ່​ການ​ຮ້າຍ​ນີ້. ຜູ້ຕາງໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ຢູ່​ເຊີ​ແນວ​ຢືນຢັນ​ວ່າ, ດ້ວຍ​ບົດບາດ​ເປັນ​ສະມາຊິກສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ, ຫວຽດນາມ ​ໄດ້​ຕິດຕາມ​ຢ່າງ​ໃກ້ຊິດ ​ແລະ ​ແບ່ງປັນ​ຄວາມ​ວິຕົກ​ກັງ​ວົງ​ຢ່າງ​ເລິກ​ເຊິ່ງຂອງ​ປະຊາ​ຄົມ​ສາກົນ ທີ່​ມີ​ຕໍ່​​ການ​ກະທຳ​ກໍ່​ການ​ຮ້າຍ​ຂອງ Boko Haram, ທີ່​ໄດ້ລະ​ເມີດ​ບັນດາ​ສິດ​ຂອງ​ມະນຸດ​ຢ່າງ​ຮ້າຍ​ແຮງ ​ແລະ ກໍ່​ໃຫ້​ເກີດ​ໄພ​ນາບ​ຂູ່​ເຖິງ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ. ຫວຽດນາມ ມີ​ຄວາມ​ວິຕົກ​ກັງວົນ​ພິ​ເສດ​ເຖິງ​ສະພາບ ແມ່​ຍິງ ​ແລະ ​ເດັກນ້ອຍ​ຫຼາຍ​ຄົນ​ຖືກ​ລອກ​ຈັບ​ຕົວ, ຖືກ​ປົດບັນດາ​ສິດ​ເສລີ​ໂດຍ​ພື້ນຖານ, ຖືກ​ສວຍ​ໃຊ້, ຊຳ​ບໍ່ໜຳຖືກ​ຂ້າ​ຕາຍ​ຍ້ອນ​ກຸ່ມ​ກໍ່​ການ​ຮ້າຍ​ນີ້. ຫວຽດນາມ ສະ​ແດງ​ຄວາມ​ສະມັກ​ຄີ​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ອາ​ຟະ​ລິ​ກາ, ຊົມ​ເຊີຍ​ຄວາມ​ມານະ​ພະຍາຍາມ​ຂອງ​ປະ​ເທດ​ຕ່າງໆ, ບັນດາ​ອົງການ​ຈັດ​ຕັ້ງ​ໃນ​ພາກ​ພື້ນ ​ແລະ ອົງການ​ຕ່າງໆ​ຂອງ​ສະຫະ​ປະຊາ​ຊາດ ທີ່​ກ່ຽວຂ້ອງ​ເຖິງ​ການ​ຮັກສາ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ ຍ້ອນ​ນັ້ນ​ແມ່ນ​ພື້ນຖານ​ເພື່ອ​ປົກ​ປ້ອງ ​ແລະ ຊຸກຍູ້​ສິດທິ​ມະນຸດ.

        ພາຍ​ຫຼັງກອງ​ປະຊຸມ​ປຶກສາ​ຫາລື, ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ໄດ​້ຮັບຮອງ​ເອົາ​ມະຕິກາວ​ປະນາມ​ບັນດາ​ການ​ກະທຳ​ກໍ່​ການ​ຮ້າຍ​ຂອງ Boko Haram ​ແລະ ຮຽກຮ້ອງ​​ໃຫ້​ຫ້ອງ​ການ​ຂະ​ຫຼວງ​ໃຫຍ່​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​​ຊອກ​ຮູ້​ຂໍ້​ມູນຂ່າວ​ຕົວ​ຈິງ ​ແລະ ມີ​ບົດ​ລາຍ​ງານ​ທີ່ກອງ​ປະຊຸມສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ຄັ້ງ​ທີ 30, ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ 09/2015.
ຂ່າວ/ບົດ​ອື່ນ