ຫວຽດນາມມີຄວາມສາມາດຢ່າງພຽງພໍເພື່ອເປັນເຈົ້າພາບຈັດບັນດາເຫດການສາກົນໃຫຍ່

(VOVWORLD) -ສູນສື່ມວນຊົນສາກົນຮັບໃຊ້ກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2, ຢູ່ຮ່າໂນ້ຍ, ຕັ້ງຢູ່ສູນວັດທະນະທຳມິດຕະພາບ, ເມືອງ ຮ່ວານກ໊ຽມ, ຮ່າໂນ້ຍ ໄດ້ນຳເຂົ້າໃຊ້ການນັບແຕ່ວັນທີ 26 ກຸມພາ - 01 ມີນາ 2019, ໂດຍມີວັດຖຸທັນສະໄໝ, ຕອບສະໜອງໄດ້ມາດຕະຖານສາກົນ, ສູນສື່ມວນຊົນສາກົນເປີດປະຕູເຄື່ອນໄຫວຕະຫຼອດ 24/24 ຊົ່ວໂມງ ແລະ ສາມາດຕ້ອນຮັບນັກຂ່າວມາເຄື່ອນໄຫວເກືອບ 3.000 ຄົນເທື່ອໜຶ່ງ.

ຫວຽດນາມມີຄວາມສາມາດຢ່າງພຽງພໍເພື່ອເປັນເຈົ້າພາບຈັດບັນດາເຫດການສາກົນໃຫຍ່ - ảnh 1 ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ

(ພາບ: VTC)

“ດ້ວຍການກະກຽມຢ່າງລອບຄອບທີ່ຖ້ວນ, ຈາກພິທີການ, ພະລາທິການ, ຄວາມສະຫງົບ, ສາທາລະນະສຸກ, ສື່ມວນຊົນ, ໄດ້ພິສູດໃຫ້ເຫັນວ່າ ຫວຽດນາມ ມີຄວາມສາມາດຢ່າງພຽງພໍເພື່ອເປັນເຈົ້າພາບຈັດບັນດາເຫດການໃຫຍ່ຂອງສາກົນ”. ນັ້ນແມ່ນຄຳຢືນຢັນຂອງທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ, ໃນວັນທີ 28 ກຸມພາ, ຢູ່ສູນສື່ມວນຊົນສາກົນ.

        ມາຮອດປະຈຸບັນ, ສູນສື່ມວນຊົນສາກົນໄດ້ຮັບໃຊ້ກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ກ້າວເຂົ້າສູ່ການເຄື່ອນໄຫວທີ 3. ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ຜ່ານການສັງເກດ ແລະ ພ້ອມກັບການຕີລາຄາຈາກສະຖານທູດສ.ເກົາຫຼີ ປະຈຳຫວຽດນາມ, ສະຖານທູດອາເມລິກາ ປະຈຳຫວຽດນາມ ໄດ້ແບ່ງປັນຂໍ້ສັງເກດວ່າ: ສູນສື່ມວນຊົນຮັບໃຊ້ກອງປະຊຸມບັນລຸມາດຕະຖານສາກົນ, ທັນສະໄໝ ແລະ ຄົບຊຸດ, ຕອບສະໜອງການເຄື່ອນໄຫວຈຳເປັນຂອງນັກຂ່າວ.

        ເມື່ອເວົ້າເຖິງຄວາມໝາຍຂອງເລື່ອງຫວຽດນາມ ໄດ້ເລືອກເຟັ້ນເປັນສະຖານທີ່ຈັດຕັ້ງກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ເລື່ອງຮ່າໂນ້ຍ ໄດ້ເລືອກເຟັ້ນເປັນສະຖານທີ່ຈັດກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ແມ່ນສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈສຳລັບຫວຽດນາມ, ຜ່ານນັ້ນເຫັນໄດ້ບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງຫວຽດນາມ ໃນປະຊາຄົມສາກົນ ແລະ ສຳລັບບັນດາຄູ່ຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ