ຫວຽດນາມມຸ່ງໄປເຖິງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງໃນສະພາບການເຊື່ອມໂຍງ

ຫວຽດນາມມຸ່ງໄປເຖິງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງໃນສະພາບການເຊື່ອມໂຍງ - ảnh 1
ທ່ານ ເຢືອງ​ດຶກ​ເລີນ
(ພາບ: Anh Tuấn/TTXVN)

 (vovworld) – ຫວຽດ​ນາມ ​ມຸ່ງ​ໄປ​ເຖິງ​ການບ​ຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ຄຸນ​ນະ​ພາບ​ສູງ​ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ - ນັ້ນ​ແມ່ນ​ການຢັ້ງ​ຢືນ​ຂອງ​ທ່ານ ເຢືອງ​ດຶກ​ເລີນ, ຫົວ​ໜ້າ​ກົມ​ໃຫຍ່​ສອນ​ວິ​ຊາ​ຊີບ (ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ການ ແລະ ສັງ​ຄົມ) ໃນ​ການ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ກ່ຽວ​ກັບ​ວຽກ​ງານ​ກະ​ກ​ຽມ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສອນ​ວິ​ຊາ​ຊີບ ແລະ ກຳ​ນົດ​ທິດ​ການ​ສຶກ​ສາ​ວິ​ຊາ​ຊີບ​ໃນ​ເງື່ອນ​ໄຂ​ສ້າງ​ປະ​ຊາ​ຄົມ​ລວມ ອາ​ຊຽນ ໃນ​ທ້າຍ​ປີ 2015. ທ່ານ ເຢືອງ​ດຶກ​ເລີນ ໃຫ້​ຮູ້​ວ່າ: ຍຸດ​ທະ​ສາດ​ສອນ​ວິ​ຊາ​ຊີບ​ຮອດ​ປີ 2020 ໄດ້​ວາງ​ອອກ​ຈຸດ​ໝາຍ​ໃນ​ປີ 2015 ຈະ​ບຳ​ລຸງ​ສ້າງ​ໃຫ້​ຄົນ​ງານ 2.150 ພັນ​ຄົນ. ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 13 ໄດ້​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​​​ການສອນ​ວິ​ຊາ​ຊີບ, ສ້າງ​ຄວາມ​ເປັນ​ເອ​ກະ​​ພາບ​ກັນ​ລະ​ຫວ່າງວິ​ທະ​ຍາ​ໄລ​ກັບ​ວິ​ທະ​ຍ​າ​ໄລ​ສອນ​ວິ​ຊາ​ຊີບ, ອາ​ຊີ​ວະ​ຊັ້ນ​ກາງ ແລະ ໂຮງ​ຮຽນ​ຊັ້ນ​ກາງ​ສອນ​ວິ​ຊາ​ຊີບ.


ຂ່າວ/ບົດ​ອື່ນ