ຫວຽດນາມ​ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ວັດທະນະທຳ​ສັງຄົມ​ອາ​ຊຽນໝັ້ນຄົງ2025

ຫວຽດນາມ​ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ວັດທະນະທຳ​ສັງຄົມ​ອາ​ຊຽນໝັ້ນຄົງ2025 - ảnh 1
ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ວັດທະນະທຳ - ສັງຄົມ ອາ​ຊຽນ (ASCC) ຄັ້ງ​ທີ 16
(ພາບ: ໝີບີງ)

(vovworld) - ​ ​ ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ວັດທະນະທຳ - ສັງຄົມ ອາ​ຊຽນ (ASCC) ຄັ້ງ​ທີ 16 ສິ້ນ​ສຸດ​ລົງ​ວັນ​ທີ 31/08 ຢູ່ນະຄອນຫລວງ ວຽງ​ຈັນ ປະ​ເທດ ລາວ. ກອງ​ປະຊຸມ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຈະ​ສົ່ງ​ເສີມ​ບັນດາ​ອົງການສະ​ເພາະ ຂະ​ແໜງປະຕິບັດ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ປະຊາ​ຄົມ. ຄະນະ​ຜູ້​ແທນ ຫວຽ​ດນາມ ​ໂດຍ​ທ່ານ​ນາງ ດ່າວຮົ່ງລານ ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມນຳ​ໜ້າ ​ໄດ້​ມີ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຢູ່​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸ​ມ, ທ່າ​ນນາງ ດ່າວຮົ່ງລານ ​ເນັ້ນ​ໜັກ​ວ່າ:

        “ໜຶ່ງ​ໃນ​ບັນດາ​ວຽກ​ງານ ​ເຊິ່ງ ຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ໃນ​ໄລຍະ​ຜ່ານ​ມາ ​ເຊິ່ງຜ່ານ​ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ຮັບ​ການ​ຕີ​ລາຄາ​ວ່າແມ່ນ​ຂໍ້​ລິ​ເລີ່​ມ ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ສາມາດ​ຮ່ຳຮຽນ ​ແລະ ​ແບ່ງ​ປັ່ນ​ໄດ້, ນັ້ນ​ແມ່ນ ນັບ​ແຕ່​ເມື່ອ​ແຜນການ​ສັງ​ລວມຂອງ​ປະຊາ​ຄົມ​ວັດທະນະທຳ - ສັງຄົມ​ໄດ້​ຮັບ​ການ​ຮັບຮອງ​ເອົາ, ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການ​ສ້າງ​​ແຜນ​ຮ່າງ​ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ບັນດາ​ຈຸດໝາຍ​ຂອງ​ປະຊາ​ຄົມ​ວັດທະນະທຳສັງ​ຄົມຮອດ​ປີ 2025. ອາດເວົ້າ​ໄດ້​ວ່າ ນີ້​ແມ່ນຂໍ້​ລິ​ເລີ່​ມ​ທີ່ໄດ້​ຮັບ​ກາ​ນຮັບ​ຮູ້​ຈາກ​ບັນດາ​ປະ​ເທດ ອາ​ຊຽນ. ທີ 2 ​​ແມ່ນ ​ເພື່​ອຫັນ​ວິ​​ໄສ​ທັດ​ກາຍ​ເປັນ​ການ​ກະທຳ ຕ້ອງ​ມີ​ກົນ​ໄກ​ຕິດ​ຕາມ​ກວດກາ ​ເພື່ອ​ຕີ​ລາຄາ​ບັນດາ​ວຽກ​ງານ ​ເຊິ່ງ​ໄດ້​ຍົກ​ອອກ​ມາ​ຜັນ​ຂະຫຍາຍ​ປະຕິບັດ ​ແລະ ການ​ເພີ່ມ​ທະວີ​ກົນ​ໄກ​ຕິດຕາມ​ກວດກາ​ຕີ​ລາຄາ ກໍ່​ແມ່ນ​ຂໍ້​ລິ​ເລີ່​ມ ​ເຊິ່ງ ຫວຽດນາມ ສະ​ເໜີ ​ແລະ ກໍ່​ໄດ້​ຮັບ​ການ​ຮັບ​ຮູ້​ທີ່​ກອງ​ປະຊຸມ​ຄັ້ງ​ນີ້. ”

ຂ່າວ/ບົດ​ອື່ນ