ຫວຽດນາມມີບົດບາດສຳຄັນໃນປະຊາຄົມນຳໃຊ້ພາສາຝຣັ່ງ

ຫວຽດນາມມີບົດບາດສຳຄັນໃນປະຊາຄົມນຳໃຊ້ພາສາຝຣັ່ງ - ảnh 1
ທ່ານນາງ Anissa Barrak ແລະ ທ່ານນາງ​ ​ຫງວຽນ​ທິຢວານ
(ພ​າບ: Phương Hoa/TTXVN)

(vovworld) ​​-   ຕອນ​ບ່າຍ​ວັນ​ທີ 20/11, ຢູ່​ຮ່າ​ໂນ້ຍ, ທ່ານນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ​ຫງວຽນ​ທິຢວານ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານນາງ Anissa Barrak, ຜູ້ອຳ​ນວຍ​ການ​ຫ້ອງການ​ພາກ​ພື້ນ​ອາຊີ-ປາຊີ​ຟິກ ຂອງ​ອົງການ​ສາກົນ​ນຳ​ໃຊ້​ພາສາ​ຝຣັ່ງ. ທ່ານ​ນາງຮອງປະທານ​ປະ​ເທດ​ຫວຽດນາມ​ຫງວຽນທິຢວານ ​ໄດ້​ແຈ້ງ​ການກ່ຽວ​ກັບ​ເລື່ອງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ​ ຈະ​ນຳ​ໜ້າຄະ​ນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 15 ຂອງ​ປະຊາ​ຄົມ​ນຳ​ໃຊ້​ພາສາ​ຝຣັ່ງ, ຄາດ​ວ່າ​ຈະ​ໄດ້​ດຳ​ເນີນ​ຢູ່ Senegal ​ໃນ​ທ້າຍ​ເດືອນ 11 ນີ້. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ​ຫງວຽນ​ທິຢວານ ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ກ່ຽວ​ກັບ​ຊາວ​ໜຸ່ມ ​ແລະ ​ແມ່ຍິງ, ສຸມ​ໃສ່​ຍົກ​ອອກ​ຂອບ​ຍຸດ​     ທະ​ສາດ​ການ​ຮ່ວມ​ມື​ໃຫ້​ອະນາຄົດ. ນີ້​ແມ່ນ​ຫົວ​ຂໍ້​​ເຊິ່ງຫວຽດນາມ​ມີ​ຄວາມ​ສົນ​ໃຈ.

           ສ່ວນ​ທ່ານ​ນາງ Anissa Barrak, ຕີ​ລາຄາ​ສູງ​ບົດບາດ​ນຳພາ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ ຂອງ​ອົງການ​ສາກົນ​ນຳ​ໃຊ້​ພາສາ​ຝຣັ່ງ, ກໍ່​ຄື​ການ​ປະກອບສ່ວນ​ຂອງ​ຫວຽດນາມ​ໃນ​ການ​ກໍ່ສ້າງຍຸດ​ທະ​ສາດ​ໃຫ້​ປະຊາ​ຄົມ​ນຳ​ໃຊ້​ພາສາ​ຝຣັ່ງ. ທ່ານ​ນາງ Anissa Barrak ຖື​ວ່າ: ຫວຽດນາມ ​ແລະ             ອາ​ຟຣິກກາ, ຫວຽດນາມ ​ແລະ ອາຊີ ມີ​ການ​ພົວພັນ​ຢ່າງ​​ແໜ້ນ​ແຟ້ນ. ສະ​ນັ້ນ, ກ້າວ​ເຂົ້າ​ສູ່​ປີ 2015 ຈະ​ແມ່ນ​​ເລີ່​ມຕົ້ນ​ໃຫ້ການ​ຮ່ວມ​ມື 2 ທະວີບ ​ແລະ ຫວຽດນາມ​ມີ​ບົດບາດ​ເຊື່ອມ​ຈອດ​ສຳລັບ​ປະຊາ​ຄົມ​ນຳ​ໃຊ້​ພາສາ​ຝຣັ່ງ.


ຂ່າວ/ບົດ​ອື່ນ