ຫວຽດ​ນາມ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ຄົນ​ໃໝ່​ຕືມ​ອີກ 1 ຄົນ

(VOVWORLD) -ໄລ່ຮອດເວລາ 6 ໂມງ, ວັນທີ 11 ກໍລະກົດ, ຫວຽດາມ ໄດ້ມີຜູ້ຕິດເຊື້ອພະຍາດ Covid – 19 ຄົນໃໝ່ຕື່ມອີກ 1 ຄົນ.

ຜູ້ຕິດເຊື້ອດັ່ງກ່າວໄດ້ຮັບການແຍກຕົວພາຍຫຼັງເຂົ້າເມືອງຢ່າງທັນທີ ໂດຍເປັນຊາວເຊີເບຍ, ນັກຊ່ຽວຊານຂອງກຸ່ມບໍລິສັດຮ່ວາຟາດ ທີ່ມາຈາກ Oman, ໃນວັນທີ 9 ກໍລະກົດ, ໄດ້ຮັບການແຍກຕົວຢູ່ແຂວງກ໋ວາງງາຍ. ປັດຈຸບັນ, ຜູ້ຕິດເຊື້ອດັ່ງກ່າວພວມໄດ້ຮັບການປິ່ນປົວຢູ່ຮາກຖານທີ 2 ໃນເຂດອຸດສາຫະກຳ ຢຸງກວດ.

ສ່ວນຢູ່ນະຄອນໂຮ່ຈີມິນ, ຕາງໜ້າກະຊວງສາທາລະນະສຸກຫວຽດນາມ, ສະຖານກົງສູນອັງກິດປະຈຳນະຄອນໂຮ່ຈີມິນ, ໂຮງໝໍເຈິເຫຼິຍ, ໂຮງໝໍພະຍາດເຂດຮ້ອນນະຄອນໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມສະຫຼຸບການປິ່ນປົວຄົນເຈັບທີ 91 - ເຊິ່ງແມ່ນນັກບິນຊາວອັງກິດ ແລະ ເຮັດລະບຽບການອອກໂຮງໝໍໃຫ້ຄົນເຈັບດັ່ງກ່າວ ເພື່ອກັບເມືອປະເທດພາຍຫຼັງທີ່ປິ່ນປົວເປັນເວລາ 115 ມື້.

ຕອບກັບ

ຂ່າວ/ບົດ​ອື່ນ