ຫວຽດ​ນາມ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃໝ່​ຕື່ມ​ອີກ 6 ຄົນ

(VOVWORLD) -    ຕອນເຊົ້າວັນທີ 14 ສິງຫາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ແຈ້ງໃຫ້ຊາບວ່າ ຫວຽດນາມ ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 6 ຄົນ,ໃນນັ້ນມີຢູ່ແຂວງ ຫ໋າຍເຢືອງ 3 ຄົນ ແລະ ຢູ່ ກ໋ວາງນາມ 3 ຄົນ.
 ຫວຽດ​ນາມ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃໝ່​ຕື່ມ​ອີກ 6 ຄົນ - ảnh 1   ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 14 ສິງຫາ, ຫວຽດນາມມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 911 ຄົນ, ໃນນັ້ນມີ  ຜູ້ເສຍຊີວິດ 21 ຄົນ (ພາບ: ກະຊວງສາທາລະນະສຸກ)

 ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານ ປະລິນຍາໂທ ຫງວຽນຈ້ອງຄວາ, ຮອງຫົວໜ້າພາກສ່ວນປະຈຳພິເສດການປ້ອງກັນ, ຕ້ານໂລກລະບາດ Covid – 19 ຂອງກະຊວງສາທາລະນະສຸກ ຫວຽດນາມ ປະຈຳ ດ່ານັ້ງ ໄດ້ແຈ້ງໃຫ້ຊາບກ່ຽວກັບຜູ້ຕິດເຊື້ອພະຍາດ Covid – 19 ທີ 21 ທີ່ເສຍຊີວິດ ຢູ່ຫວຽດນາມ ໂດຍແມ່ນ ເພດຍິງ, ມີອາຍຸ 61 ປີ ຢູ່ດ່ານັ້ງ.

        ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 14 ສິງຫາ, ຫວຽດນາມມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 911 ຄົນ, ໃນນັ້ນມີ  ຜູ້ເສຍຊີວິດ 21 ຄົນ.

  ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 13 ສິງຫາ, ມີຜູ້ໂດຍສານ 300 ຄົນທີ່ຖືກຕິດຄ້າງຢູ່ນະຄອນດ່ານັ້ງ, ໄດ້ມາຮອດສະໜາມບິນ ເຕິນເຊີນເຍິດ ທີ່ນະຄອນ ໂຮ່ຈີມິນ ໃນຖ້ຽວບິນຂອງບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines).

ຕອບກັບ

ຂ່າວ/ບົດ​ອື່ນ