ຫວຽດນາມມີຜູ້ຕິດເຊື້ອໂຄວິດ-19 ໃໝ່ 777 ຄົນໃນ 24 ຊົ່ວໂມງທີ່ຜ່ານມາ

(VOVWORLD) -ວັນທີ 29 ມິຖຸນານີ້, ຫວຽດນາມ ປະກາດມີຄົນເຈັບ 9.387 ຄົນໄດ້ຮັບການປິ່ນປົວຫາຍດີ. ປະຈຸບັນ, ຍອດຈຳນວນກໍລະນີໄດ້ຮັບການປິ່ນປົວຫາຍດີແມ່ນ 9.675.359 ກໍລະນີ
ຫວຽດນາມມີຜູ້ຕິດເຊື້ອໂຄວິດ-19 ໃໝ່ 777 ຄົນໃນ 24 ຊົ່ວໂມງທີ່ຜ່ານມາ - ảnh 1ພາບປະກອບ

     ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 777 ຄົນ. ນັບແຕ່ເລີ່ມຕົ້ນການແຜ່ລະບາດເປັນຕົ້ນມາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ10.745.631 ຄົນ.

ວັນທີ 29 ມິຖຸນານີ້, ຫວຽດນາມ ປະກາດມີຄົນເຈັບ 9.387 ຄົນໄດ້ຮັບການປິ່ນປົວຫາຍດີ. ປະຈຸບັນ, ຍອດຈຳນວນກໍລະນີໄດ້ຮັບການປິ່ນປົວຫາຍດີແມ່ນ 9.675.359 ກໍລະນີ. ບໍ່ມີຜູ້ເສຍຊີວິດຈາກ ໂຄວິດ -19 ໃນ 24 ຊົ່ວໂມງ ທີ່ຜ່ານມາ.

    ມາຮອດຕອນບ່າຍວັນທີ 29 ມິຖຸນານີ້, ທົ່ວປະເທດໄດ້ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໄດ້ 231.461.079 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ